ວັນຫນຶ່ງໃນຖ່າມກາງຄວາມຫນາວເຢັນຂອງເດືອນມັງກອນ ປີ ໒00໗ ເປັນວັນຫນາວເຢັນທີ່ສຸດໃນເດືອນນັ້ນ, ຫິມມະກໍຕົກບໍ່ຂາດສາຍກາຍເປັນແຜ່ນນໍ້າກ້ອນປົກຄຸມຫນ້າດິນຂາວກະຈ່າງຟ້າ, ຕົ້ນໄມ້ກໍປົກຫຸ້ມໄປດ້ວຍຫິມ ມະຂາວງາມຕາ, ຜູ້ຄົນແລະລົດລາກໍມິດງຽບສະຫງັດ, ຂ້າງນອກມີສຽງລົມພັດເບົາໆ, ອາຍຫນາວເຢັນຂອງລົມ ຜີ່ວເຂົ້າສູ່ຕາມຂອບປ່ອງຢ້ຽມພາໃຫ້ອະລຸນສະບັ້ນຕື່ນຂຶ້ນກັບຄວາມເຢັນ. “ຮ້ວຍ..ໃຜອັດປ່ອງຢ້ຽມບໍ່ແຈບຫວະ!“ ອະລຸນຮ້ອງຂຶ້ນຫມົດແຮງດ້ວຍຄວາມຢາກຮ້າຍແລ້ວລຸກຍ່າງຫາວວາບໆ, ເຊຊຸກເຊຊັດໄປອັດປ່ອງຢ້ຽມໃຫ້ແຫນ້ນ, ຫລັງຈາກນັ້ນກໍຍ່າງອອກໄປນັ່ງເຫງົາຢູ່ໂຊຟ່າຄົນດຽວ. ຕາມທໍາມະດາແຕ່ລະມື້ຈະມີຜູ້ຍິງຄົນຫນຶ່ງມານັ່ງເປັນຫມູ່ໃນ ຕອນເຊົ້າແຕ່ມື້ນີ້ແລະກໍຄືຫລາຍມື້ຫລາຍເດືອນທີ່ຜ່ານມາອະລຸນແມ່ນນັ່ງຄົນດຽວປ່ຽວໃຈ. “ເມື່ອຍໃຈເດ,” ອະລຸນຈົ່ມໄປກັບຄວາມເຫງົາພ້ອມມືຈັບເອົາລີໂມດຂຶ້ນມາບິ້ບ, ແລ້ວເປີດໃສ່ຊ່ອງ 7 ເພື່ອເບິ່ງຂ່າວ. ອີກມືຫນຶ່ງຄໍ້າ ແກ້ມແນມອອກໄປທາງປ່ອງຢ້ຽມເຮັດສາຍຕາລອຍໄປກັບຫິມມະເຫມືອນກັບຄົນສິ້ນຄວາມຫວັງ. “ຫິມມະກະຕົກແຮງກະດໍ້,” ອະລຸນວາງລີໂມດ ລົງຫນ້າໂຕະກາເຟ ແລ້ວຈັບເອົາຫນັງສືບິວຄ່າຮິດແຕ່ເດືອນແລ້ວ ຂຶ້ນມາອ່ານ, ‘ສາມຮ້ອຍເຈັດສິບດອນ, ຈັ່ງແມ່ນສູຫນ້າເລືອດເນາະ ເປີດຮິດພໍແຕ່ອຸ່ນຫນ້າແຂ່ງກະເອົານຳຕັ້ງ ສາມສີ່ຮ້ອຍດອນ, ພິລຶກອິຫລີ, ອຶໆ!!” ອະລຸຸນຝາດຫນັງສືບີວລົງຫນ້າໂຕະ.
ອະລຸນເປັນພໍ່ຮ້າງອາຍຸສາມສີບປາຍປີ, ອາໃສຢູ່ລັດພາກຕາເວັນອອກສ້ຽງເຫນືອຂອງສະຫະລັດອະເມຣິກາ. ອະລຸນ ເປັນພະນັກງານຂອງລັດແລະພັກອາໃສເຊົ່າເຮືອນຢູ່ກັບຫມູ່ອີກຄົນຫນຶ່ງ. ເມື່ອກ່ອນອະລຸນເຄີຍເອົາແຟນມາຢູ່ນໍາ ແຕ່ດຽວນີ້ເລີກກັນແລ້ວແລະ ແຟນກໍຫນີກັບໄປຢູ່ນໍາຄອບຄົວຂອງລາວ. ອະລຸນເປັນຊາຍທີ່ເຄີຍມີເມຍມີລູກ ແລະກໍເຄີຍມີ ແຟນມາແລ້ວຫລາຍຄົນ, ແຟນຄົນສຸດທ້າຍຢູ່ກິນນໍາກັນມາໄດ້ສອງປີກໍເລີກກັນວ່າງບໍ່ດົນມານີ້. ຄິດໄປແລ້ວຊີວິດຂອງອະລຸນກໍຫນ້າສົມເພດເວດທະນາ, ຄະນາດລະຄອນນິຍາຍອົກຫັກບົດສຸດທ້າຍພະເອກ ແລະນາງເອກກໍຍັງສົມຫວັງ, ແຕ່ຊີວິດຮັກຂອງອະລຸນບໍ່ເຄີຍສົມຫວັງເລີຍ. ພົບຮັກແຕ່ລະເທື່ອບໍ່ພໍເທົ່າໃດກໍຜິດ ຫວັງກັບກາຍເປັນຄົນອະພັບຮັກ. ບໍ່ຮູ້ເປັນຍ້ອນເຫດໃດ, ອາດເປັນຍ້ອນຟ້າລິຄິດຊີວິດມາເປັນເຊັ່ນນີ້ກໍເປັນໄດ້. ອະລຸນເອງກໍຢາກພົບຮັກທີ່ສົມຫວັງ, ຢາກຕັ້ງຫລັກເປັນຄອບເປັນຄົວຢູ່ກິນກັບລູກເມຍຈົນເຖົ້າຈົນແກ່, ແຕ່ກໍຕ້ອງອົດ ໃຈລໍເພາະເລື່ອງນີ້ມັນຂຶ້ນຢູ່ກັບວາດສະຫນາ.
“ເອ້ຫິມມະຕົກຫນັກແບບນີ້ທາງຫ້ອງການເພີ່ນຕ້ອງ ສັ່ງໃຫ້ຢຸດພັກແນ່ນອນ, “ ອະລຸນຍ່າງໄປຫາຄອມແລ້ວເປີດ ຄອມເພື່ອກວດອີແມວຂອງຫ້ອງການ. ພໍເປີດອີແມວກໍຮູ້ທັນທີວ່າທາງການເພີ່ນໄດ້ລົງປະກາດສັ່ງພະນັກງານລັດ ຖະບານທົ່ວລັດໃຫ້ຢູດພັກເພາະວ່າຫິມມະຕົກແຮງຫລາຍ. “ນັບວ່າເປັນຂ່າວດີ,” ອະລຸນນັ່ງຍິ້ມຢູ່ຄົນດຽວ. ແຕ່ລະ ເທື່ອເວລາຫິມມະຕົກແຮງແບບນີ້, ທາງຫ້ອງການກໍ່ສັ່ງໃຫ້ຢູດພັກແລະຫລາຍຄົນກໍດີໃຈທີ່ຈະໄດ້ພັກຜ່ອນຢ່ອນອາ ລົມແຕ່ຄວາມຈິງແລ້ວກົງກັນຂ້າມເລີຍ. ຫິມມະຕົກ, ສ່ວນຫລາຍກໍຕ້ອງໄດ້ອອກມາຊ້ວນຫິມມະຕາມທາງເຂົ້າອອກ ເຮືອນ, ບໍ່ດັ່ງນັ້ນຫິມມະກໍຈະຖ້ວມທາງເຂົ້າທາງອອກຈະເຮັດໃຫ້ລົດແລ່ນເຂົ້າອອກບໍ່ສະດວກ. ບາງຄົນມີລົດດຸດ ຫິມມະກໍຖືວ່າໂຊກດີ, ແຕ່ສະເພາະພວກທີ່ບໍ່ມີເຊັ່ນອະລຸນກໍຈຳເປັນຕ້ອງໄດ້ໃຊ້ຊ້ວນ, ຊ້ວນເອົາຫິມມະອອກຈາກ ທາງ, ອອກຈາກຂັ້ນໄດ, ປະຕູທາງອອກ, ເດີ່ນຈອດລົດ ໆລໆ, “ໄດ້ພັກຜ່ອນເຈົ້າຕີ!” ອະລຸນຮ້ອງຈົ່ມໃສ່ຫນ້າຄອມ, “ຫິມມະຕົກແຕ່ລະເທື່ອຂ້ອຍກັບຫມູ່ພາກັນຮາກລົມແຕກ, ນອນພັກກິນນໍ້າເຂົ້າເປັນມື້ຈຶ່ງຟື້ນໂຕໄດ້, ມື້ອື່ນຢ້ານ ໄດ້ນອນກິນນໍ້າເຂົ້າອີກຢູ່ເດີ!” ອະລຸນທັງເວົ້າທັງຫາຍໃຈໃຫຍ່ຄິດງໍ້ຊິໄດ້ຊ້ວນຫິມມະ. ຫລັງຈາກເປີດອີແມວ ທາງຫ້ອງການແລ້ວອະລຸນກໍຊອກຫາອ່ານຂ່າວຮອບໂລກເປັນຕົ້ນຂ່າວມາຈາກລາວທີ່ເປັນພາສາລາວ. ອະລຸນ ເປັນຄົນມັກຮຽນ, ມັກອ່ານຊອກຫາຄວາມຮູ້ໃສ່ໂຕເອງ. ໂດຍສະເພາະແລ້ວຈະມັກເຂົ້າໄປອ່ານຢູ່ ເວັບໄຊໃບລານ ເພື່ອເປັນການຮຽນພາສາລາວໄປນຳ. ຫລາຍເທື່ອທີ່ເຂົ້າໄປອ່ານບົດຂຽນຢູ່ເວັບໄຊໃບລານອະລຸນກໍຈະຖືໂອກາດ ເຂົ້າໄປຫ້ອງແຊດເພື່ອທັກທາຍໂອ້ລົມນຳຫມູ່ເພື່ອນ, ແລະກໍສາວໆອອນລາຍ. ສ່ວນໃຫຍ່ກໍຈະເປັນການໂອ້ລົມກັນ ມ່ວນ ຊື່ນທໍາມະດາ. ອະລຸນຮູ້ດີວ່າຊີວິດຮັກຂອງອະລຸນເປັນແນວໃດ, ຫລັງຈາກເລີກກັບແຟນອະລຸນກໍບໍ່ເຄີຍມີ ແນວຄິດສະແຫວງຫ້າຄວາມຮັກໃຫມ່ຫລືແນວຄິດຊອກຫາຊູ້ແຟນທາງຫ້ອງແຊດຫລືແຟນອອນລາຍແຕ່ປະການໃດ ແລະທຸກເທື່ອທີ່ອະລຸນເຂົ້າໄປຫລິ້ນຫ້ອງແຊັດກໍເພື່ອຊອກຫາລົມເພື່ອນແຊັດແບບເຮຮາມ່ວນຊື່ນເປັນຕົ້ນຈຸດປະສົງ ແທ້ຈິງກໍເພື່ອປອບໃຈໂຕເອງກັບຄວາມເຫງົາໃຈໄປວັນໆ. ແລະມື້ນີ້ກໍບໍ່ແຕກຕ່າງຫຍັງ, ຫລັງຈາກອະລຸນອ່ານ ບົດຂຽນ ຕ່າງໆຢູ່ຫນ້າເວັບໄຊໃບລານແລ້ວກໍເຂົ້າໄປຫ້ອງແຊັດ, ນັ່ງອ່ານຂໍ້ຄວາມລົມຂອງເພື່ອນລົມກັນດ້ວຍຄວາມ ເບີກບານ, ບາງຄົນກໍລົມເລຶ່ອງການເມືອງ, ບາງຄົນກໍເວົ້າຕະລົກເຮຮາໃຫ້ຫມູ່ຫົວ, ສ່ວນບ່າວສາວນ້ອຍໃຫຍ່ ກໍພາກັນຕື້ກັນຫົວສະອິກສະອ້ອຍ, ບາງຄົນກໍໄດ້ແຕ່ຍິ້ມບໍ່ເວົ້າບໍ່ຈາຫຍັງໃຊ້ຄາລົມຂຶ້ມຂໍາມາດພະເອກ, ສ່ວນອະລຸນເອງກໍບໍ່ໄດ້ລົມຫຍັງຫລາຍມີແຕ່ສົ່ງໄອຄອນ (icon) ຮອຍຍິ້ມໃສ່ເພື່ອນພ້ອມທັກທາຍໄປດ້ວຍຄໍາວ່າ, “ສະບາຍດີ” ຕາມເຄົານົບທໍານຽມລາວເຮົາແລ້ວກໍໂອ້ລົມສົນທະນາກັນເລັກນ້ອຍໄປແບບຖານະອ້າຍຮູ້ສ້ອງ ນ້ອງຮູ້ຫນຶ່ງ. ພໍໂອ້ລົມກັນກັບເພື່ອນໆໄປປະມານສອງຊົ່ວໂມງ, ເຫັນຄົນເຂົ້າມາຫລາຍອະລຸນກໍ່ຂໍໂຕນັ່ງອ່ານ. ລະຍະອະລຸນນັ່ງມິດອ່ານຢູ່ນັ້ນກໍມີຄໍາທັກທາຍມາຈາກຜູ້ຍິງຄົນຫນຶ່ງຊື່ ແສງດາວທີ່ອາບເປັນສີແດງບົ່ງບອກວ່າ ເປັນການທັກທາຍສ່ວນຕົວ ຫລື ເພື່ອນໆໃນຫ້ອງແຊດຮຽກກັນວ່າຫລັງບ້ານ:
ແສງດາວ: ສະບາຍດີອ້າຍອະລຸນ
ອະລຸນ: ສະບາຍດີແສງດາວ
ແສງດາວ: ໂທດເດີທີ່ນ້ອງເຂົ້າມາລົບກວນຫລັງບ້ານນະອ້າຍ!
ອະລຸນ: ບໍ່ຖືເປັນການລົບກວນດອກ, ຂ້ອຍເອງກໍບໍ່ໄດ້ລົມໃຜ, ນັ່ງອ່ານຊື່ໆ
ແສງດາວ: ນ້ອງເຫັ້ນອ້າຍລົມກັບເພື່ອນໆແບບມ່ວນຊື່ນເຮຮາດີເນາະ, ນ້ອງລັກອ່ານບົດຄວາມລົມ ຂອງອ້າຍແລ້ວຫົວຍິ້ມຢູ່ຄົນດຽວຕະລອດ.
ອະລຸນ: ແມ່ນຫວາ? ຂອບໃຈເດີ. ໂທດ, ເຈົ້າຢູໃສນໍ?
ແສງດາວ: ນ້ອງຢູ່ລາວ, ອ້າຍ.
ຫລັງຈາກທັກທາຍກັນໄປມາອະລຸນ ກັບແສງດາວກໍໂອ້ລົມກັນຕໍ່ແບບເພື່ອນແຊັດທໍາມະດາ, ຖາມຂ່າວເຖິງ ບ້ານເມືອງ, ທີ່ພັກອາໃສ, ເປັນຄົນບ້ານໃດພາກໃດຕ່າງໆນາໆ, ຕໍ່ມາກໍເວົ້າຢອກກັນໄປມາເຫມືອນກັບຄົນທີ່ ຄຸ້ນເຄີຍຮູ້ຈັກກັນມາກ່ອນ, ລົມກັນເພີນຈົນເຮັດໃຫ້ອະລຸນລືມກິນຮອດເຂົ້າທ່ຽງ. ຕື່ນມານໍ້າກໍບໍ່ທັນໄດ້ອາບ, ຫິມມະກໍບໍ່ໄປຊ້ວນຊ່ວຍຫມູ່ຊໍ້າ, ມື້ນັ້ນອະລຸນເອົາແຕ່ນັ່ງລົມສາວອອນລາຍຫມົດມື້ເລີຍ.
ແສງດາວເປັນຍິງສາວອະຍຸ 27 ປີ ຖີ່ນກໍາເນີດມາຈາກຊຽງຂວາງແຕ່ປັດຈຸບັນອາໃສຢູ່ວຽງຈັນ. ນາງເລົ່າສູ່ ອະລຸນຟັງວ່ານາງເກີດຢູ່ຊຽງຂວາງແຕ່ພໍອາຍຸສີບປີພໍ່ແມ່ກໍພານາງແລະຄອບຄົວເຂົ້າມາຕັ້ງຖິ່ນຖານຢູ່ວຽງຈັນ. ພໍ່ຂອງນາງເປັນຂ້າລາດຊະການ, ສ່ວນແມ່ເປັນແມ່ຄ້າທໍາມະດາ. ມີນ້ອງສາວຄົນຫນຶ່ງ. ຫລັງຈາກໂອ້ລົມກັນໄປ ມາຈົນລືມຮອດໂມງກິນເຂົ້າທ່ຽງ, ອະລຸນເລີຍບອກແສງດາວວ່າຈະໄດ້ອອກໄປນອກບ້ານເພື່ອຊອກຫາອາຫານກິນ, ແຕ່ກ່ອນສັ່ງລາກັນອະລຸນໄດ້ເອົາອີແມວໃຫ້ແສງດາວເພື່ອມີຫຍັງກໍຕິດຕໍ່ຫາກັນທາງອີແມວໄດ້, “ຂອບໃຈເດີອ້າຍ ອະລຸນທີລົມນໍານ້ອງ, ແລ້ວນ້ອງຈະອີແມວຫາເດີ,” ແສງດາວບອກຂອບໃຈອະລຸນແລ້ວກໍອອກຫ້ອງແຊດໄປທັນທີ.
“ສົງໄສຫິວນອນແຮງຕີ ຄົນອິຫຍັງສັ່ງລາກັນປັບກໍອອກໄປປຶບປັບໂລດ,” ອະລຸນນັ່ງຄິດແລະລັກຍິ້ມຢູ່ໃນໃຈຄົນດຽວ ດົນເຕີບຈຶ່ງຫາໂອກາດລາເພື່ອນຄົນອື່ນໆໃນຫ້ອງແຊັດແລ້ວກໍລ໋ອກອອກຈາກຫ້ອງແຊັດ.
ຫລັງຈາກແຊັດກັບແສງດາວໃນວັນນັ້ນອະລຸນກໍບໍ່ຄ່ອຍໄດ້ເຂົ້າໄປຫ້ອງແຊັດປານໃດເພາະຍຸ້ງກັບວຽກງານ, ອີກຢ່າງອາທິດຕໍ່ມາອະລຸນກໍຢຸດພັກເອົາເວັກເຄເຊີນພັກຫນາວແລ້ວກໍສວຍໂອກາດໄປທ່ຽວລັດຄາລິຟໍເນຍໄປ ຢາມພີ່ນ້ອງກໍເລີຍບໍ່ໄດ້ເຂົ້າມາແຊັດຢູ່ໃບລານເປັນລະຍະເກືອບສາມອາທິດ. ອີແມວກໍບໍ່ຄ່ອຍໄດ້ເປີດອ່ານ. ພໍກັບມາຈາກຄາລິຟໍເນຍອະລຸນກໍຟ້າວເຂົ້າອິນເຕີເນດແລ້ວເປີດອີແມວອ່ານທັນທີພ້ອມທັງກວດກາວຽກງານຕ່າງໆ ຈາກທາງເນັດໄປນຳ. “ມີແຕ່ອີແມວພວກຜີບ້າສະແປມ (spam) ນໍ, ຂ້ອຍເບື່ອພວກນີ້ເດ, ສົ່ງມາຕາຍຫຍັງ ທຸກມື້…ລຶບ! ລຶບ! ລຶບ!” ອະລຸນທັງຈົ່ມທັງລຶບອີແມວສະແປມອອກຈາກຄອມ. ພໍລຶບມາຮອດວັກຫນຶ່ງອະລຸນກໍ ຢຸດລຶບທັນທີເມື່ອເຫັນອິແມວທີ່ມີຊື່ແສງດາວ, “ໂທ້…ອີແມວຜູ້ສາວຕວານິ, ໃຜລຶບກະບ້າທໍ່ນັ້ນແລ້ວ,” ອະລຸນລັກຍິ້ມຢູ່ໃນໃຈ, ແລະກໍຄິດດີໃຈຢ່າງໃດບອກບໍ່ຖືກ. ພໍອ່ານເບິ່ງຫົວຂໍ້ອີແມວທີ່ມີຄໍາບອກວ່າ “ຫລົບຫນ້າກັນບໍ“ ອະລຸນກໍຄິດແປກໃຈຈຶ່ງຟ້າວກົດເຂົ້າໄປອ່ານ:
“ສະບາຍດີ ອ້າຍອະລຸນທີ່ຮັກແພງ, ອ້າຍຫາຍຫນ້າໄປໃສບໍ່ເຫັນເຂົ້າມາຫ້ອງແຊັດສາມອາທິດແລ້ວ, ນັບຕັ້ງແຕ່ ສອງຄົນເຮົາລົມກັນໃນມື້ນັ້ນອ້າຍກໍຫາຍຫນ້າຫາຍຕາໄປເລີຍ. ອ້າຍຫລົບຫນ້ານ້ອງບໍ?” (ຕິມຕາມດ້ວຍຮອຍສະລັກຍິ້ມ ທີມີສະເນ່ຫນ້າຮັກ) ພໍອະລຸນອ່ານມາຮອດວັກນີ້ກໍຢຸດສະເງີ້ອ່ານ ແລະຄິດ ແປກໃຈຢູ່ຄົນດຽວກັບຄໍາຖາມຂອງແສງດາວທີ່ວ່າຫລົບຫນ້ານາງ. “ເອ້, ຫລືວ່າ!? ໂອຍຄິດຫລາຍນາອະລຸນເອີຍ!” ອະລຸນນັ່ງຄິດແລະເວົ້າກັບຕົວເອງດ້ວຍຄວາມສັບສົນຢູ່ໃນໃຈ, ຄິດດົນເຕີບຈຶ່ງອ່ານຕໍ່, ໃນນັ້ນມີຄໍາທັກທາຍ ອ່ອນໂຍນຫວານຫນ້າຈັບໃຈຕິດມາດ້ວຍຮູບໃບຫນ້າຂອງແສງດາວທີ່ສວຍງາມສະງ່າຫນ້າຮັກ, ອະລຸນພະຍາຍາມ ອ່ານແບບພາງເພີນແລະເຕືອນສະຕິຕົວເອງໄປເລີ້ອຍໆວ່າມັນເປັນພຽງອີແມວຈາກເພື່ອນແຊັດຄົນຫນຶ່ງເຖີງເພື່ອນ ແຊັດອີກຄົນຫນຶ່ງ, ຄົງບໍ່ມີຫຍັງນອກເຫນືອໄປກວ່ານັ້ນ. ແຕ່ໃນອີແມວສະບັບນັ້ນມີຄໍາຄົມແລະຄາລົມທີ່ຫນ້າຈັບ ໃຈທີ່ສຸດເປັນອີແມວທີ່ອະລຸນບໍ່ສາມາດລືມມັນໄດ້. ສິ່ງທີ່ແປກໃຈກໍຄືແສງດາວໄດ້ລະບາຍຄວາມທຸກຍາກຂອງ ລາວໃຫ້ອະລຸນອ່ານ, ແສງດາວບອກວ່າລາວເປັນຄົນເກີດມາອະພັບ, ຂາດຄວາມອົບອຸ່ນ, ຂາດຄົນຮັກ, ຊາດນີ້ ລາວຈະບໍ່ສາມາດມີຄອບຄົວທີ່ສົມບູນແບບເຫມືອນຍິງອື່ນໆໄດ້. “ນ້ອງຂໍໂທດເດີອ້າຍອະລຸນທີ່ນ້ອງລະບາຍຄວາມ ທຸກສ່ວນຕົວໃຫ້ອ້າຍອ່ານນະ, ຖ້າອ້າຍເບື່ອອ່ານກໍລຶບຖິ້ມລົງຖັ້ງຂີ້ເຫຍື້ອໂລດເດີ,“ ແສງດາວລົງທ້າຍຂໍ້ຄວາມອິ ແມວດ້ວຍສະລັກໄອຄອນທີ່ເປັນໃບຫນ້າໂສກເສົ້າເຫງົາໃຈ.
ຫລັງຈາກອະລຸນອ່ານອິແມວຂອງແສງດາວຈົບກໍໄດ້ແຕ່ນັ່ງຄິດສັບສົນຢູ່ໃນໃຈບໍ່ຮູ້ຈະຄິດຕອບແສງດາວແນວໃດດີ. ຈິດໃຈກໍອຶມອໍາໄປກັບຄວາມເວົ້າຂອງແສງດາວທີ່ວ່າລາວບໍ່ສາມາດມີຄວາມຮັກໄດ້, ບໍ່ສາມາດມີຄອບຄົວສົມບູນ ແບບເຫມືອນຜູ້ຍິງຄົນອື່ນໆເຊິ່ງຄໍາເວົ້າເລົ່ານັ້ນໄດ້ເຮັດໃຫ້ອະລຸນສົນໃຈແສງດາວເປັນພິເສດ, “ເອ້ຫລືວ່າລາວຢາກ ບອກຫຍັງກັບເຮົາບໍ?” ອະລຸນເອົາມືຄໍ້າແກ້ມນັ່ງຄິດຢູ່ລະຍະຫນຶ່ງຈຶ່ງຕັດສິນໃຈຕອບອີແມວຄືນຫາແສງດາວພ້ອມ ສົ່ງຮູບໄປໃຫ້ແສງດາວເບິ່ງແລ້ວກໍບອກກ່າວຄໍາຂໍໂທດທີ່ບໍ່ໄດ້ເຂົ້າໄປຫ້ອງແຊັດ, “ອ້າຍບໍ່ໄດ້ຫລົບຫນ້າແສງດາວນາ ພຽງແຕ່ລະຍະຫລັງໆບໍ່ຄ່ອຍມີເວລາ, ແລ້ວພົບກັນທີ່ຫ້ອງແຊັດໃບລານເນາະແສງດາວຫລືເຮົາພົບກັນທີ່ເອັມ ກໍໄດ້ຢ່າລືມ ແອດອ້າຍເຂົ້າເອັມນ້ອງໄວ້ແດ່ເດີ,” ອະລຸນລົງທ້າຍໃນອີແມວດ້ວຍຄວາມເປັນຫ່ວອງແລະກາງວົນໃຈ. ບໍ່ຮູ້ວ່າແສງດາວຈະຄິດແນວໃດກັບອະລຸນຫລັງຈາກໄດ້ເຫັນຮູບອະລຸນແລ້ວ ເພາະວ່າອະລຸນເອງກໍເປັນຊາຍ ທໍາມະດາຫນ້າຕາບໍ່ຫລໍ່ເຫລົາເຈົ້າຊູ້, ແຕ່ກໍພໍລ້ຽງໄວ້ເຮັດໄຮ່ໄຖນາຢູ່ດອກ…
ແຕ່ແລ້ວສິ່ງບໍ່ຄາດຝັນກໍເກີດຂຶ້ນຈົນໄດ້, ມັນເປັນເລື່ອງບໍ່ຫນ້າເຊຶ່ອເລີຍວ່າອະລຸນຈະມີຄວາມຮູ້ສຶກພິເສດຕໍ່ຜູ້ຍິງ ອອນລາຍເປັນຕົ້ນທີ່ຫ້ອງແຊັດໃບລານ. ຫລາຍຄົນບອກວ່າຄວາມຮັກອອນລາຍເປັນພຽງຄວາມຮັກງົມງວາຍ, ບໍ່ມີ ຄວາມຈິງໃຈແລະຈິງຈັງ. ເພາະໂລກໄຊເບີມີຫລາຍຢ່າງຈະບໍ່ເຫມືອນກັບໂລກພາຍນອກ, ໂລກໄຊເບີສ່ວນຫລາຍ ສັງຄົມມວນຊົນແມ່ນສໍາພັດກັນດ້ວຍຈິນຕະນາການທີ່ແຕກຕ່າງກັບຄວາມເປັນຈິງ. ເຊັ່ນເຮົາຢາກໄດ້ແຟນເປັນຄົນ ແບບໃດຫລືຢາກມີຄວາມຮັກໃນລັກສະນະໃດນັ້ນສ່ວນຫລາຍເຮົາກໍວາດພາບແລະຕັ້ງຄວາມຫວັງໄວ້ເຊັ່ນນັ້ນ. ແຕ່ເມື່ອເວລາເຮົາໄດ້ສໍາພັດກັນດ້ວຍຄວາມຈິງຈາກນອກໂລກໄຊເບີແລ້ວແນວຄິດຈິດໃຈທັງສອງຝ່າຍກໍອາດ ປ່ຽນແປງໄດ້, ຄວາມຈິງທີ່ເຫັນຕໍ່ຫນ້າອາດທໍາໃຫ້ຝ່າຍໃດຝ່າຍຫນຶ່ງຜິດຫວັງເພາະອາດເປັນພາບຄວາມຈິງທີ່ ບໍ່ເຫມືອນກັບພາບພົດທີ່ໂຕເອງວາດພາບໄວ້ໃນໂລກໄຊເບີ. ລາຍຄົນກໍເຂົ້າໃຈດີໃນເລື່ອງນີ້ແລະຫລາຍຄົນ ກໍເຄີຍສິດສອນສັ່ງສອນຫມູ່ຄູ່ມາຫລາຍຕໍ່ຫລາຍແລ້ວ. ອະລຸນເອງກໍເຄີຍບອກເຕືອນຫມູ່ເລີ້ອຍໆວ່າຄວາມຮັກອອນ ລາຍບໍ່ມີຄວາມຈິງໃຈແລະສ່ວນຫລາຍຈະບໍ່ສົມຫວັງ. ແຕ່ສຸດທ້າຍອະລຸນເອງກໍມາຕິດບ້ວງກັບດັກຂອງຄວາມ ຮັກອອນລາຍຈົນໄດ້. ມື້ຕໍ່ມາອະລຸນໄດ້ຮັບອິແມວຂຽນຕອບຈາກແສງດາວບອກວ່າຢ່າໄປຖືຊາຄວາມເວົ້າແສງ ດາວຫລາຍ, “ນ້ອງບໍ່ໄດ້ຄິດຄືອ້າຍຄິດດອກອ້າຍເອີຍ, ອ້າຍຄິດໄປເອງ, ນ້ອງພຽງຢາກມີຫມູ່ລົມຊື່ໆບໍ່ໄດ້ຄິດຢາກ ເປັນແຟນອ້າຍດອກ, ເພາະນ້ອງເປັນຜູ້ຍິງຕໍ່າຕ້ອຍ, ປຽບເຫມືອນກະຕ່າຍນ້ອຍດ້ອຍວາດສະຫນາບໍ່ກ້າຄິດໄປ ຫມາຍປອງຊາຍຄືອ້າຍຜູ້ປຽບເຫມືອນດັ່ງຈັນທາດອກຫນາ. ນ້ອງຮູ້ຕົວນ້ອງດີ. ອ້າຍຢ່າໄປຖືຊາຄໍາເວົ້ານ້ອງເດີ." ແສງດາວລົງທ້າຍອິແມວດ້ວຍຄວາມນ້ອຍໃຈແລະເປັນຫ່ວງໃນຄຳເວົ້າຂອງໂຕເອງ. "ຖຶຊາຫລືບໍ່ຊາ, ຄິດຫລືບໍ່ຄິດ ມັນກໍຊ້າໄປແລ້ວ,” ອະລຸນທັງອ່ານທັງປອບໃຈຕົວເອງ. ເພາະຄໍາເວົ້າຫລາຍຢ່າງທີ່ແສງດາວເວົ້າມາມັນເຮັດໃຫ້ ອະລຸນສົນໃຈແສງດາວຫລາຍຂຶ້ນເປັນພິເສດ, ສົນໃຈຢາກຮູ້ຢາກເຫັນຢາກພົບຢາກຮູ້ຈັກວ່າເຫດໃດແສງດາວຈຶ່ງ ເວົ້າວ່າໂຕເອງເປັນຍິງອະພັບຮັກຂາດຜູ້ຄົນດູແລ.
ເຖີງແສງດາວຈະບໍ່ຍອມຮັບປາກອະລຸນເປັນແຟນເທື່ອກໍ່ຕາມ, ນັບແຕ່ມື້ນັ້ນມາອະລຸນກໍນໍາຕື້ແສງດາວມາຕະລອດ, ນັດພົບກັບແສງດາວທີ່ຫ້ອງແຊັດທຸກມື້, ບາງມື້ກໍລົມກັນຢູ່ທີ່ເອັມເປັນການສ່ວນຕົວບາງມື້ກໍເຂົ້າໄປຫ້ອງແຊັດ ແລ້ວອະລຸນກໍຕື້ແສງດາວໃຫ້ເພື່ອນແຊັດຫລາຍຄົນໄດ້ເຫັນ, ໄດ້ອ່ານຈົນຫລາຍຄົນພາກັນເຍາະເຍິ້ຍແລະອິດ ສາກັບຄວາມ “ຮັກ” ລະວ່າງອະລຸນກັບແສງດາວ. ແຕ່ທິຈິງ “ຄວາມຮັກລະວ່າງອະລຸນກັບແສງດາວ“ ອາດເປັນ ການສັນນິຍາຍຜິດເພາະຫລາຍຄົນໃນຫ້ອງແຊດກໍສັງເກດເຫັນຢູ່ແລ້ວວ່າເປັນຄວາມຮັກຂອງອະລຸນພຽງຝ່າຍດຽວ ທີ່ມີຕໍ່ແສງດາວ, ເພາະວ່າສ່ວນຫລາຍຈະບໍ່ຄ່ອຍເຫັນແສງດາວມີທ່າທີສະແດງຄວາມຮູ້ສຶກຫຍັງຕໍ່ອະລຸນເລີຍ, ແຕ່ແສງດາວເອງກໍບໍ່ເຄີຍປະຕິເສດຄວາມຮູ້ສຶກຂອງອະລຸນເຊັ່ນກັນ. ມື້ໃດອະລຸນມີຄວາມທຸກໃຈ, ແສງດາວກໍຈະ ຢູ່ຫ້ອງແຊັດລົມອະລຸນ, ຫລືລົມກັນຢູ່ເອັມຈົນເດີກດື່ນບໍ່ຍອມຫລັບນອນ, ນັ່ງປອບໃຈອະລຸນເວົ້ານົວຫົວມ່ວນຊວນ ອະລຸນຍິ້ມ, ແລະ ຊວນອະລຸນຫົວເຮັດໃຫ້ອະລຸນສະບາຍໃຈຂຶ້ນ. ແສງດາວຄອຍເປັນກໍາລັງໃຈໃຫ້ອະລຸນສເມີ.
ຫລາຍວັນຜ່ານໄປກາຍເປັນຫລາຍເດືອນເລີຍກາຍເປັນປີ, ໃຈອະລຸນກໍເຕັມໄປດ້ວຍຄວາມຫວັງ, ແລະຄວາມສຸກ ຢ່າງຫາສິ່ງໃດປຽບປານໄດ້ ”ຄວາມຮັກອອນລາຍມີແທ້ບໍ? ແລ້ວມັນເກີດຂຶ້ນກັບເຮົາໄດ້ແນວໃດ?” ອະລຸນຫລົງ ຖ້າມຕົວເອງ. ຄວາມຮູ້ສຶກແບບນີ້ບໍ່ເຄີຍເກີດຂຶ້ນກັບອະລຸນມາກ່ອນເປັນຕົ້ນເປັນຄວາມຮູ້ສຶກທີ່ມີຕໍ່ບຸກຄົນທີ່ ອະລຸນ ເອງບໍ່ເຄີຍເຫັນຮູບຫ່າງຕົວຈິງມາກ່ອນ, ເຫັນແຕ່ຮູບພາບ, ແຕ່ແລ້ວມັນກໍ່ເກີດຂຶ້ນຈົນໄດ້. ຈາກຄືນນັ້ນເຖີງວັນນີ້, ຄວາມສໍາພັດອັນດີງາມກໍ່ເກີດມີ. ນີ້ບໍເພີ່ນວ່າຄວາມຮັກໄຮ້ພົມແດນ, ທຸກແຫ່ງຫົນທຸກແຜ່ນຟ້າ, ທົ່ວນະພາພື້ນນາຄາ ຫລືເວລານາທີໃດ, ຈະຢູ່ໃນໂລກນີ້, ໂລກໄຊເບີຫລືໂລກຜີ ຄວາມຮັກເກີດຂຶ້ນໄດ້ທຸກທີ່, ທຸກເວລາແລະນາທີ.
ກຸມພາ ປີ ໒00໘, ອະລຸນຕື່ນເຕັ້ນດີໃຈຢ່າງໃດບອກບໍ່ຖືກເພາະຈະໄດ້ໄປພົບແສງດາວ. ມັນເປັນຄັ້ງທໍາອິດທີ່ ອະລຸນກັບແສງດາວຈະໄດ້ພົບພໍ້ຫນ້າກັນດ້ວຍຕົວຈິງໃນໂລກຄວາມຈິງ. ອະລຸນເຄີຍບອກແສງດາວວ່າອະລຸນ ຈະໄປຫາ ແສງດາວຢູ່ລາວພາຍໃນເດືອນກຸມພາ ປີ ໒00໘, ຈະຂໍລາພັກງານຈັກສາມອາທິດຕາງໄປທ່ຽວເມືອງລາວ ເລີຍເພາະຫລາຍປີແລ້ວທີ່ອະລຸນບໍ່ໄດ້ໄປຢາມບ້ານເກີດເມືອງນອນຂອງໂຕເອງ, ເທື່ອຫລ້າສຸດແມ່ນໄປໃນປີ ໒000. ເພາະເຂົາຊ່າກັນວ່າໃນປີນັ້ນໂລກຈະແຕກວ່າຊັ້ນ, ອະລຸນກໍເລີຍເຮີ່ໄປລາວນໍາເຂົາ, ຕັ້ງໃຈໄວ້ວ່າຖ້າຈະຕາຍແທ້ໆ ກໍຂໍໃຫ້ໄປຕາຍທີ່ບ້ານເກີດເມືອງນອນຂອງໂຕເອງ. ລົງທືນລາອອກຮອດການ, ກ່ອນຈະອອກການອະລຸນຖືໂອກາດ ດ່ານາຍພ້ອມ, ເວົ້າດ່ານາຍນາໆສາລະພັດສີ່ງເພາະຄິດວ່າໂຕເອງຈະບໍ່ໄດ້ກັບມາອີກແລ້ວ. ກໍເລີຍຖືໂອກາດຮ້າຍ ນາຍຄືນ. “ກັມເວນເອີຍ, ໂລກບໍ່ແຕກຊໍ້າ,” ອະລຸນຄິດຫົວຂ້ວນກັບຄວາມໂງ່ຂອງໂຕເອງ, “ບໍ່ວ່າແຕ່ຫນ່ວຍໂລກ ເລີຍອິຫຍັງກະບໍ່ແຕກຈັກຢ່າງ, ແຕກແຕ່ໂລກປະສາດຂອງເຮົາຫັ້ນຕີ, ໄປດ່ານາຍສຸດທ້າຍ ກັບມານັ່ງຄຸເຂົ່າເອົາມືນົບເຈົ້ານາຍຂໍວຽກຄືນ,” ອະລຸນທັງເວົ້າທັງຫົວ.
“ໄປສົ່ງເຮົາທີ່ສະຖານີລົດໄຟກະໄດ້, ເຮົາຈະຂີ່ລົດໄຟໄປເດີ່ນຍົນເອງດອກ,” ອະລຸນສັ່ງບອກສ່ຽວບຸນໃຫ້ໄປສົ່ງທີ່ສະ ຖານີລົດໄຟ, “ໂຕໄປສົ່ງເຮົາຢູ່ຫັ້ນແລ້ວໂຕກໍເລີຍໄປການເລີຍກະໄດ້ສ່ຽວ,“ ອະລຸນທັງເວົ້າທັງເອົາມືຕົບບ່າສ່ຽວເບົາໆ ເຮັດແບບເກງໃຈບໍ່ຢາກໃຫ້ສ່ຽວຕ້ອງມາຍຸ້ງຍາກນໍາເລື່ອງສ່ວນຕົວຂອງໂຕເອງ. ບຸນເປັນສ່ຽວຮັກສ່ຽວແພງຂອງອະ ລຸນທີ່ເຊົ່າເຮືອນຢູ່ນໍາກັນ. ທີ່ຈິງບຸນຕັ້ງໃຈຈະໄປສົ່ງອະລຸນຢູ່ເດີນຍົນແຕ່ອະລຸນບໍ່ຢາກໃຫ້ໄປເພາະຢ້ານບຸນຈະໄປ ການບໍ່ທັນ, ອີກຢ່າງອະລຸນຮູ້ດີວ່າເດືອນນີ້ບຸນຂາດການຫລາຍເທື່ອແລ້ວ, ຂາດຫລາຍເທື່ອໂດຍບໍ່ມີເຫດຜົນພຽງ ພໍກໍຈະຖືກໄລ່ອອກການ. ອະລຸນບໍ່ຢາກເຫັນສ່ຽວຕົກງານເພາະອະລຸນເປັນຕົ້ນເຫດກໍເລີຍຕັດສີນໃຈບອກໃຫ້ບຸນ ໄປສົ່ງຮອດແຕ່ສະຖານີລົດໄຟ. ຈາກສະຖານີລົດໄຟໄປເດີ່ນບິນກໍປະມານສາມສີບນາທີ. ອະລຸນມາຮອດສະນາມບິນ ສາກົນທີ່ບອດສຕັນ (Boston/Logan International Airport) ປະມານ 5 ໂມງເຊົ້າກໍຟ້າວແລ່ນກວດເຄື່ອງເຂົ້າ ເດີ່ນບິນເພາະຢ້ານບໍ່ທັນເຮືອບິນ. ການກວດເຄື່ອງ ເຊັກອີນ(check-in) ກໍສະດວກສະບາຍດີ, ຄົນບໍ່ຫລາຍປານໃດ ວ່ອງໄວທັນໃຈ. “ບາງທີອາດເປັນຍ້ອນເຮົາຂຶ້ນຍົນຕອນເຊົ້າບໍ? ອາດເປັນຮອບຍົນທໍາອິດຂອງມື້ນີ້ຄົນກໍເລີຍບໍ່ ຫລາຍປານໃດ,” ອະລຸນຫິ້ວເອົາກະເປົານ້ອຍອັນຫນຶ່ງແລ້ວຍ່າງຈົ່ມດີໃຈໄປນັ່ງຖ້າຢູ່ເກດ19 (Gate 19) ເພື່ອຕຽມ ຕົວຂຶ້ນຍົນ. ພໍປະມານ6ໂມງເຄິ່ງຫລັງຈາກອະລຸນແລະໂດຍສານທຸກຄົນພາກັນຂຶ້ນຍົນແລ້ວຮຽບຮ້ອຍ, ຍົນກໍບິນວີ່ນ ຂຶ້ນເທິງຟ້າສູ່ອາກາດຜ່ານຫມອກເມກສີຂາວງາມຕາ, ມຸ້ງຫນ້າໄປສູ່ແດນຈໍາປາເທີງຖ່າມກາງທ້ອງຟ້າທີ່ປະດັບດ້ວຍ ສີຄາມຍາມເຊົ້າຢ່າງສວຍສົດງົດງາມ. ຢູ່ເທິງຍົນອະລຸນກໍດີໃຈເປັນພິເສດມີອາລົມເບິກບານຍິ້ມແຍ້ມແຈ່ມໃສເພາະ ຮູ້ວ່າອີກບໍ່ດົນກໍຈະໄດ້ພົບແສງດາວແລະກໍຈະໄດ້ທ່ຽວເມືອງລາວໃຫ້ສົມໃຈດັ່ງຫມາຍ. ສາຍການບິນຂ້ອງອະລຸນແມ່ນ ອອກຈາກບອດສຕັນໄປຕໍ່ຢູ່ແອວເອີ, ຄາລິຟໍເນຍ, ປະມານສາມຊົ່ວໂມງ, ຫລັງຈາກນັ້ນກໍໄປຕໍ່ຢູ່ບາງກອກທີ່ປະເທດ ໄທ, ໄປຄ້າງຢູ່ປະເທດໄທປະມານເຄີ່ງມື້ກັບຫນຶ່ງຄືນ. ຈາກບາງກອກໄປລາວແມ່ນຕໍ່ສາຍການບິນລາວ.
ປະມານສິບໂມງເຊົ້າຫລັງຈາກຜູ້ໂດຍສານເຊັກອີນຫມົດແລ້ວຍົນນ້ອຍສອງໃບພັດຂອງສາຍການບິນລາວກໍບິນຂຶ້ນ ຈາກສະນາມບິນສຸວັນນະພູມ, ບາງກອກ, ຫມູ້ງຫນ້າໄປສູ່ແດນ ສປປ ລາວ. ລະຍະຍົນກຳລັງບິນຂຶ້ນອະລຸນຕົກ ໃຈເອົາມືຈ່ອງເບາະນັ່ງທາງຫນ້າໄວ້, ຫນ້າຕາກໍເລືອງລ່າເພາະເມົາຍົນທັງເມື່ອຍແດ່, “ເຮົາຊິຕາຍກ່ອນເຫັນ ຫນ້າຜູ້ສາວແທ້ບໍ່ນິ!“ ອະລຸນຮ້ອງຈົ່ມໄປກັບຄວາມເຫມື່ອຍອຶດອັດຫົວໃຈແລ້ວເດ່ມືຂຶ້ນໄປເປີດແອເຢັນເພື່ອຊ່ວຍ ຫັ້ນໃຈ, ແຕ່ພໍເອົາມືເປີດປຸ່ມແອ, ອະລຸນກໍຕົກໃຈຢ່າງແຮງເມື່ອເຫັນແອເຢັນໄຫລເປັນຄວນສີຂາວທັ່ງກຸ້ມອອກ ມາໃສ່, “ເອື້ອຍໂອເຕັດໄຟໄຫມ້ຍົນ! ເອື້ອຍໂອເຕັດໄຟໄຫມ້ຍົນ!” ອະລຸນຕາຕີຕາລານຮ້ອງກາກຂຶ້ນຫມົດແຮງ ພ້ອມທັງເອົາມືຊີ້ໃສ່ຄວນທີ່ໄຫລອອກມາຈາກຮູແອ. ເອືອຍໂອເຕັດໄດ້ຍິນກໍຟ້າວແລ່ນມາເບິ່ງ, “ໂອ່…ບໍ່ແມ່ນດອກ ອ້າຍ, ອັນນັ້ນແມ່ນຄວນແອ, ບໍ່ແມ່ນຄວນໄຟ“ ເອື້ອຍສາວໂອເຕັດຫນ້າຫວານທັງຫົວຍິ້ມທັງອະທິບາຍໃຫ້ອະລຸນຟັງ. “ຈັກແລະຂ້ອຍລະນຶກວ່າຄວນໄຟຊັ້ນດອກ,“ ອະລຸນເຮັດສີຫນ້າອາຍໆແລ້ວຕອບແບບອືມອຳຢູ່ໃນຄໍພ້ອມທັງ ເຫລືອກຕາສັງເກດເບິ່ງຮູແອ, “ແອແທ້ຫວາ ເອື້ອຍ?“ ອະລຸນຍິ້ມແລ້ວຖາມຢອກເອື້ອຍສາວໂອເຕັດອີກຄັ້ງ. “ບໍ່ແມ່ນຕີ,” ເອື້ອຍສາວໂອເຕັດຕອບແລ້ວຍ່າງໄປຕຽມເຄື່ອງດື່ມມາເສີບຜູ້ໂດຍສາຍ.
ບໍ່ຮູ້ວ່າແສງດາວຈະຮູ້ສຶກແນວໃດກັບອະລຸນເມື່ອໄດ້ເຫັນອະລຸນຕົວຈິງ, ອະລຸນເອງກໍບໍ່ແນ່ໃຈຄືກັນແຕ່ເຖີງຢ່າງໃດ ອະລຸນກໍໄດ້ຫລົງມີໃຈໃຫ້ແສງດາວແລ້ວ. ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມອະລຸນກໍຈະຂໍຮັກສາຄວາມຮູ້ສຶກອັນດີງາມ ນີ້ຕະລອດໄປ. ແລະຫວັງວ່າແສງດາວກໍຈະມີຄວາມຮູສຶກແບບນີ້ເຊັ່ນກັນ. ແຕ່ອະລຸນບໍ່ຫມັ້ນໃຈເລີຍເພາະມີຫລາຍ ຢ່າງທີ່ອະລຸນຮູ້ສຶກຜິດສັງເກດ, ເຊັ່ນເວລາແສງດາວຈະຕິດຕໍ່ຫາອະລຸນທາງໂທລະສັບ, ແທນທີ່ແສງດາວຈະເປັນຄົນ ໂທຫາອະລຸນເອງ, ແຕ່ແສງດາວບໍ່ຍອມໂທ, ທຸກເທື່ອຈະສັ່ງໃຫ້ນ້ອງສາວໂທຫາອະລຸນແລ້ວສັ່ງບອກຂໍ້ຄວາມກັບ ນ້ອງສາວໃຫ້ບອກອະລຸນວ່າຢາກເວົ້າຫຍັງ. ນັບແຕ່ມື້ອະລຸນພົບແສງດາວໃນຫ້ອງແຊດ, ອະລຸນບໍ່ເຄີຍໄດ້ລົມກັບ ແສງດາວໃນໂທລະສັບເລີຍ, ແມ້ແຕ່ສໍານຽງສຽງເວົ້າຂອງແສງດາວອະລຸນເອງກໍຍັງບໍ່ເຄີຍໄດ້ຍິນ. ໄດ້ຍິນແຕ່ສຽງ ຂອງດາວັນທີ່ອ້າງວ່າເປັນນ້ອງສາວຂອງແສງດາວ. ດາວັນເຄີຍເລົ່າສູ່ອະລຸນຟັງວ່າດາວັນເປັນນ້ອງສາວຂອງ ແສງດາວ, ອາຍຸ 25ປີ, ພັກອາໃສຢູ່ນຳແສງດາວ. ທຸກຄັ້ງທີ່ດາວັນໂທມາກໍລົມກັບອະລຸນເປັນຫລາຍຊົ່ວໂມງ, ບາງເທື່ອກໍໂອ້ລົມກັນເພີນຈົນຫມົດກໍານົດກາດ. ເລື່ອງເບີໂທລະສັບຂອງແສງດາວກໍເຊັ່ນກັນ, ແສງດາວບໍ່ຍອມ ເອົາໃຫ້ອະລຸນເລີຍ, ຫລາຍເທື່ອທີ່ອະລຸນຂໍເບີໂທລະສັບຂອງແສງດາວ, ຫລາຍເທື່ອກໍຖືກປະຕິເສດບອກວ່າບໍ່ມີ, ຖ້າມີກໍບໍ່ໃຫ້ເພາະບໍ່ສະດວກລົມ. ເມື່ອອະລຸນຖາມເຖີງສາຍເຫດ, ແສງດາວກໍລັ່ງເລໃຈບໍ່ຍອມບອກ. ກ່ອນມື້ອອກ ເດີນທາງມາລາວ, ອະລຸນກໍໄດ້ພິມລົມກັບແສງດາວໃນຫ້ອງເອັມອີກເທື່ອຫນຶ່ງເປັນຄັ້ງສຸດທ້າຍ, ການພິມລົມກັນໃນມື້ ນັ້ນກໍບໍ່ມີຫຍັງປ່ຽນແປງ. ແສງດາວເອງກໍສະແດງທ່າທີດີໃຈແລະພ້ອມຈະພົບກັບອະລຸນຕົວຈິງ. “ນ້ອງຊິບໍ່ໄດ້ໄປຮັບ ອ້າຍເດີ, ເພາະນ້ອງບໍ່ມີລົດ,” ແສງດາວຂຽນບອກອະລຸນ, “ຖ້າອ້າຍມາຮ້ອດລາວກໍເອົາທີ່ຢູ່ຂອງນ້ອງເອົາໃຫ້ອ້າຍ ນັ້ນໃຫ້ຄົນຂັບລົດແທກຊີແລ້ວບອກໃຫ້ເຂົາຂັບພາມາສົ່ງຕາມທີ່ຢູ່ນັ້ນເດີອ້າຍ, ເລື່ອງທີພັກອາໃສນັ້ນບໍ່ຕ້ອງເປັນຫ່ວງ, ອ້າຍມາຮອດບ້ານນ້ອງແລ້ວຈະໃຫ້ດາວັນນ້ອງສາວຂອງນ້ອງພາອ້າຍໄປຊອກດອກ“ ແສງດາວຂຽນບອກອະລຸນ ກ່ອນລາກັນຈາກເອັມໃນວັນນັ້ນ.
“ຍິນດີຕ້ອນຮັບສູ່ ສປປ ລາວ“ ສຽງສາວໂອເຕັດດັງອອກມາຈາກລໍາໂພງເຮັດໃຫ້ໃຈອະລຸນຫາຍວາບລົງພື້ນ, ຫນ້າຕາລ່າເລືອງເຫມືອນກັບຄົນໃກ້ຈະເປັນລົມ, ເພາະຕື່ນເຕັ້ນດີໃຈຫລືຕົກໃຈຢ່າງໃດບອກບໍ່ຖືກ. ພໍຍົນຈອດ ເຂົ້າໃສ່ອຸມຸງທາງຍ່າງປຸບ, ອະລຸນກໍຟ້າວລຸກຢືນຂຶ້ນປຸບປັບຕຽມໂຕອອກຈາກຍົນທັນທີ, “ຟ້າວໄປໃສ ອ້າຍ?“ ເອື້ອຍໂອເຕັດຮ້ອງໃສ່. ອະລຸນໄດ້ຍິນສຽງເອື້ອຍໂອເຕັດຮ້ອງຖາມກໍນັ່ງເປະລົງທັນທີ. “ໄປຫາແຟນ,“ ອະລຸນຢາກ ຮ້ອງບອກເອື້ອຍໂອເຕັດແລະທຸກຄົນໃຫ້ຮູ້ແຕ່ກໍບໍ່ກ້າ, ໄດ້ແຕ່ນັ່ງຄິດຢູ່ໃນໃຈຄົນດຽວ. ພໍຍົນຈອດເປັນທີ່ຮຽບຮ້ອຍ, ຜູ້ໂດຍສານກໍພາກັນລຸກຍ່າງອອກຈາກຍົນເປັນຖັ້ນເປັນແຖວ, ອະລຸນເອງກໍຍ່າງອອກຕາມໄປດ້ວຍຄວາມດີໃຈ, ແລະ ພາກພູມໃຈທີ່ໄດ້ກັບມາແຜ່ນດິນແມ່ອີກຄັ້ງ. ພິເສດສຸດການກັບມາຂອງອະລຸນຄັ້ງນີ້ແມ່ນເຕັມໄປດ້ວຍຄວາມຮັກ, ແລະຄວາມຫວັງໃຫມ່. “ລຸງ, ໄປສົ່ງຫລານຕາມທີ່ຢູ່ນີ້ໄດ້ບໍ່?” ອະລຸນຍື່ນເຈັ້ຍທີ່ຢູ່ຂອງແສງດາວໃຫ້ລຸງຂັບລົດແທກຊີ ແລ້ວບອກໃຫ້ຂັບໄປສົ່ງຕາມທີ່ຢູ່ນັ້ນ. “ຫລານມາແຕ່ໃສ?” ລຸງຂັບລົດແທກຊີຍິ້ມແລ້ວຖາມອະລຸນ. “ຫລານມາແຕ່ອະເມຣິກາ,” ອະລຸນຕອບລຸງພ້ອມທັງຈົກກ້ອງຖ່າຍພາບວິດີໂອອອກມາເພື່ອຖ່າຍວິດີໂອ ເອົາຕົວເມືອງວຽງຈັນເປັນທີລະລືກ. ອະລຸນທັງຖ່າຍທັງໂອ້ລົມກັບລຸງຂັບລົດແທກຊີໄປນໍາດ້ວຍຄວາມ ເພີດເພີນໃຈ. ເປັນເວລາເກືອບສິບປີທີ່ດຽວທີ່ອະລຸນບໍ່ເຫັນວຽງຈັນ, ກັບມາຄັ້ງນີ້ວຽງຈັນປ່ຽນແປງຫລາຍ, ຖະຫນົນຫົນທາງກໍສະອາດງາມຕາຜູ້ຄົນໄປມາສະດວກສະບາຍ, ລົດເກງລົດຈັກກໍມີຫລາຍຂຶ້ນ, ຕຶກອາ ຄານການຄ້າກໍທັນສະໄຫມ, ອະລຸນເຫັນກໍດີໃຈແລະພູມໃຈທີ່ບ້ານເກີດເມືອງນອນຂອງໂຕເອງຈະເລີນ ກ້າວຫນ້າເຫມືອນກັບປະເທດອື່ນໆເຂົາ. ລົດແທກຊີອະລຸນແລ່ນຜ່ານຕະຫລາດເຊົ້າ, ຜ່ານອະນຸສາວະລີ, ແລ້ວແຍກຂວ້າໄປທາງທາດຫລວງ, ພໍຜ່ານເດີ່ນພະທາດຫລວງອະລຸນກໍຍົກມືຂຶ້ນນົບອະທິຖາຕໍ່ພະທາດ ຫລວງຂໍວິ້ງວອນໃຫ້ໄດ້ພົບພໍ້ຮັກທີ່ແທ້ຈິງແລະສົມຫວັງດັ່ງປາດຖນາ. ພໍອະທິຖານແລ້ວອະລຸນກໍຮ້ອງຖາມ ລຸງຂັບລົດ “ຍັງອີກໄກບໍ່,” ອະລຸນຖາມ. “ອອກນອກເມືອງໄປອີກປະມານຊາວນາທີກໍເຖີງແລ້ວ,“ ລຸງເດ່ມື ໄປຜ່ອນສຽງເພງຈາກວິທະຍຸແລ້ວຕອບອະລຸນໄປກັບຄວາມຍິ້ມແຍ້ມແຈ່ມໃສກັບສຽງເພງ. “ຊື່ເພງທີ່ລຸງກໍາ ລັງຟັງແມ່ນຊື່ເພງຫຍັງເກາະລຸງ, ເຮົາເຄີຍໄດ້ຟັງຢູ່ແຕ່ບໍ່ຈື່ຊື່,” ອະລຸນຖາມແລະລົມກັບລຸງໄປເລື້ອຍໆເພື່ອ ຂ້າເວລາ. “ກັບຖີ່ນກໍາເນີດ,“ ລຸງຕອບ. “ຖືກກັບບັນຍາກາດຕອນນີ້ເລີຍເນາະລຸງຫລານກໍກໍາລັງກັບຖີ່ນກໍາ ເນັດພໍດີ,“ ອະລຸນເອົາກ້ອງຖ່າຍຮູບມ້ຽນໄວ້ຖົງແລ້ວລົມລຸງດ້ວຍຄວາມດິໃຈ. ແຕ່ຄວາມຈິງແລ້ວຈິດໃຈຂອງ ອະລຸນແມ່ນເຕັມໄປດ້ວຍຄວາມກາງວົນ, ເປັນຫ່ວງ, ແລະຫົວໃຈເປັນສັ່ນໆເຊັນໆຢ້ານຕໍ່ຄວາມຈິງທີ່ອະລຸນ ໃກ້ຈະປະເຊີນແລະພົບເຫັນໃນວິນາທີທີ່ຈະມາເຖີງມໍ່ໆນີ້. “ຮອດບ້ານຫລານແລ້ວ,“ ລຸງຈອດລົດຈຶກບາດ ຫນຶ່ງແລ້ວຮ້ອງບອກ. ອະລຸນນັ່ງຄິດລັ່ງເລໃຈດົນເຕີບຈຶ່ງກ້າວຂ້າອອກຈາກລົດ. “ຫລັງໃດລຸງ?” ອະລຸນ ມາດຄໍຖາມລຸງເປັນສຽງສັ່ນໆ. “ໂອ້, ຄືຊິຈາກບ້ານໄປແຕ່ນ້ອຍໆພຸ້ນເນາະຈຶ່ງບໍ່ຈື່ເຮືອນໂຕເອງ, ກະຫລັງທີ່ ຫລານກໍາລັງຢືນເບິ່ງຢູ່ຫັ້ນແຫລະ“, ລຸງຊີ້ບອກອະລຸນແລ້ວກໍຂັບລົດເປີ່ນອອກໄປໄວບໍ່ຊ້າປ່ອຍຂີ້ຝຸ່ນ ແລະ ຄວນລົດກຸ້ມໃສ່ຫນ້າອະລຸນເຮັດໃຫ້ອະລຸນໄອສະມັກຄວນລົດຢ່າງແຮງ. “ບໍ່ແມ່ນເຮືອນເຮົາດອກລຸງ, ເຮືອນແຟນ,” ອະລຸນຄິດຕອບລຸງຢູ່ໃນໃຈ.

ເຮືອນທີ່ອະລຸນເຫັນຢູ່ຕໍ່ຫນ້າເປັນເຮືອນສອງຊັ້ນຫລັງນ້ອຍແບບຫລັກສະນະເຮືອນລາວທີ່ມີຊັ້ນລຸ່ມອ້ອມ ດ້ວຍຊີເມັນ, ຊັ້ນເທີງອ້ອມດ້ວຍໄມ້ສະນິດດີແລະມີຊານນ້ອຍຕໍ່ອອກມານອກເຮືອນ, ຂ້າງນອກມີຮົ້ວອ້ອມ
ເຮືອນຮອບດ້ານແລະມີປະຕູຮົ້ວເຂົ້າບ້ານທີອະລຸນສັງເກດເຫັນປະຕູບໍ່ໄດ້ອັດແຈບປານໃດ. ທາງຍ່າງເຂົ້າ
ບ້ານຈະມີຕົ້ນດອກຈໍາປາສອງຕົ້ນຢູ່ເບື້ອງຂົວແລະຊ້າຍມື, ນອກນັ້ນຍັງມີດອກຕາເວັນ,
ດອກດາວເຮືອງ, ຕົ້ນຫມາກມ່ວງ,
ຕົ້ນພິລາແລະຫມາກຍົມ. ເປັນບ້ານເຮືອນທີ່ປະດັບປະດາເຕັມໄປດ້ວຍດອກໄມ້, ແລະຕົ້ນ
ໄມ້ທໍາມະຊາດສວຍງາມເປັນຕາຫນ້າຢູ່ທິດຽວ. ອະລຸນຢືນສັງເກດດົນເຕີບຈຶ່ງເປ້ເອົາຖົງແບກແພກ (backpack) ແລ້ວຍ່າງເຂົ້າໄປຫາປະຕູຮົ້ວເຂົ້າບ້ານພ້ອມເອົາມືຍູ້ປະຕູອອກຄ່ອຍໆ, ແຕ່ທັນທີໃດກໍມີສຽງ
ເດັກນ້ອຍຜູ້ຍິງຮ້ອງຖາມມາໃສ່ເຮັດໃຫ້ອະລຸນຢຸດໄຂປະຕູທັນທີ, “ລຸງ…ລຸງ…ມາຫາໃຜ!?“ ສຽງຂອງເດັກ ຍິງຮ້ອງຖາມອອກມາຈາກກ້ອງຕົ້ນໄມ້. ອະລຸນຫລຽວໄປຕາມສຽງກໍເຫັນເດັກຍິງຫນ້າຮັກຄົນຫນຶ່ງອາຍຸປະ ມານຫ້າຫົກປີຍ່າງອອກມາຈາກກ້ອງຕົ້ນໄມ້, “ຂໍໂທດ, ລຸງມາຫາໃຜ?“ ເດັກຄົນນັ້ນເອົາມືເກົາຫົວແລ້ວຖາມ ອະລຸນພ້ອມທັງເຮັດສີຫນ້າແບບແປກໃຈ. “ໂອ້…ສະບາຍດີຫລານນ້ອຍ, ຫລານຊື່ຫຍັງນໍ,
ແລ້ວຫລານ ຢູ່ບ້ານຄົນດຽວບໍ?” ອະລຸນຍິ້ມແລ້ວທັກທາຍຖາມເດັກຍິງຄົນນັ້ນຄືນ. “ຂະນ້ອຍຊື່ຕຸກຕາ,
ຢູ່ກັບແມ່, ພຸ້ນເພີ່ນພາກັນຢູ່ໃນເຮືອນພຸ້ນ” ເດັກຍິງຄົນນັ້ນຮ້ອງຕອບພ້ອມທັງເອົາມືຊີ້ໄປທາງໃນເຮືອນ. “ຊື່ຕຸກຕາບໍ,
ຊື່ມ່ວນເນາະ, ແລ້ວຕຸກຕາພາລຸງໄປຫາແມ່ຂອງຕຸກຕາໄດ້ບໍ່?” ອະລຸນຍິ້ມແລ້ວຢິບຕາຂໍຮ້ອງຕຸກຕາ. ຕຸກຕາເຫລືອກຕາເບິ່ງຫນ້າອະລຸນອີກຄັ້ງພ້ອມທັງງຶກຫົວສອງສາມບາດຕອບຕົກລົງ, ແລ້ວກໍຟ້າວແລ່ນ
ໄປຫນ້າເຮືອນຮ້ອງໃສ່ແມ່, “ແມ່, ແມ່ໆ…ມີຄົນມາຫາ!!”
ຕຸກຕາຮ້ອງເຂົ້າໄປໃນເຮືອນພ້ອມທັງເອົາມື
ກວັກເອົາອະລຸນໃຫ້ຕາມໄປຫນ້າເຮືອນ. ອະລຸນເຫັນມືນ້ອຍໆຂອງຕຸກຕາກວັກເອົາກໍຄ່ອຍໆຍ່າງຕາມຕຸກ ຕາເຂົ້າໄປ, ແຕ່ບໍ່ພໍຫ້າບາດກ້າວກໍຢຸດສະເງິະທັນທີເມື່ອເຫລືອກຕາໄປເຫັນຍິງຄົນຫນຶ່ງຍ່າງອອກມາ
ຢືນຢູ່ຫນ້າປະຕູເຮືອນ. “ແມ່ນໃຜມາລູກ!“ ສຽງຜູ້ຍິງຄົນນັ້ນຮ້ອງຖາມຕຸກຕາ, “ບໍ່ຮູ້!“ ຕຸກຕາ ຕອບແລ້ວ
ກໍຟ້າວແລ່ນກັບຄືນໄປຫລິ້ນເຮືອນນ້ອຍຢູ່ກ້ອງຕົ້ນໄມ້ກັບຫມູ່ອີກສອງສາມຄົນ. ອະລຸນຢືນຍິ້ມສັງເກດ ຕຸກຕາກັບເພື່ອນໆຂອງຕຸກຕາພາກັນຫລິ້ນເຮືອນນ້ອຍດົນເຕີບກໍຍ່າງເຂົ້າໄປຫາຍິງທີຢືນຢູ່ຫນ້າປະຕູ ເຮືອນ,
ແລ້ວກໍຖາມສະບາຍດີ, “ນີ້ແມ່ນບ້ານຂອງແສງດາວບໍ?“
ອະລຸນຖາມຍິງຄົນນັ້ນແບບບໍ່ຫມັ້ນໃຈ ປານໃດວ່າໂຕເອງມາຖືກບ້ານຫລືບໍ່. ຜູ້ຍິງຄົນນັ້ນເຫັນອະລຸນກໍເອົາມືຍົກຂຶ້ນນົບແລ້ວກໍເອີ່ຍຕອບອະລຸນ ວ່າ,
“ສະບາຍດີ, ແມ່ນແລ້ວ, ນີ້ແມ່ນບ້ານຂອງແສງດາວ, ຮືມ…ເຈົ້າແມ່ນອ້າຍອະລຸນບໍ?” ຍິງຄົນນັ້ນ
ຖາມອະລຸນຄືນດ້ວຍຄວາມຕື່ນເຕັ້ນດີໃຈ. ອະລຸນໄດ້ຍິນນາງເອີ່ຍຄໍາຖາມແບບນັ້ນກໍຄິດແປກໃຈວ່າເປັນ ຫຍັງຜູ້ຍິງຄົນນີ້ຈຶ່ງຮູ້ຈັກຊື່ອະລຸນ, ເບິ່ງຮູບຮ່າງຫນ້າຕາຂອງນາງກໍບໍ່ເຫມືອນກັບແສງດາວໃນຮູບເລີຍ. ນາງເປັນຄົນຄີງບາງຫ່າງນ້ອຍ,
ຫນ້າຕາຜິວພັນກໍງາມແບບທໍາມະຊາດຫນ້າຮັກດີ. ຖ້າຈະທຽບກັບແສງ
ດາວແລ້ວກໍງາມໄປຄົນລະແບບ, ແຕ່ “ເອ້…ຖ້ານາງບໍ່ແມ່ນແສງດາວ ແລ້ວນາງຮູ້ຊື່ເຮົາໄດ້ແນວໃດ?” ອະລຸນຢືນຄິດແປກໃຈໄປດົນເຕີບຈຶ່ງຄິດອອກໄດ້ວ່າເຄີຍໄດ້
ຍິນສຽງຍິງຄົນນີ້ມາກ່ອນ, ເປັນສຽງຂອງ ດາວັນນ້ອງສາວຂອງແສງດາວເອງ.
ອະລຸນຈໍາສຽງດາວັນໄດ້ກໍເພາະເຄີຍລົມກັນກັບດາວັນໃນໂທລະສັບ ຫລາຍເທື່ອພໍສົມຄວນ. ຈົນເວົ້າໄດ້ວ່າຄູ້ນເຄີຍແລະສະນິດກັນຫລາຍເຕີບ. “ແມ່ນແລ້ວ, ອ້າຍເອງ, ແລ້ວ
ເຈົ້າກໍຄືດາວັນແມ່ນບໍ່? ອະລຸນຕອບພ້ອມທັງຖາມດ້ວຍຄວາມດີໃຈທີ່ສຸດທ້າຍກໍມາພົບເຈົ້າຂອງສຽງໃນໂທ ລະສັບຈົນໄດ້. ດາວັນເອງກໍດີໃຈທີ່ໄດ້ພົບອະລຸນ, ທັງສອງພາກັນທັກທາຍກັນໄປມາດົນເຕີບຈົນດາວັນ ບອກຂໍໂທດອະລຸນທີ່ລົມເພີນໄປຈົນລືມເຊີນອະລຸນເຂົ້າໃນເຮືອນ. “ໂອຍ…ຂໍໂທດອ້າຍຫລາຍໆ, ນ້ອງ
ດີໃຈຫລາຍທີ່ໄດ້ເຫັນອ້າຍກໍເລີຍລົມເພີນໄປ, ຈົນລືມເຊີນອ້າຍເຂົ້າໃນເຮືອນ,
ເຊີນເດີອ້າຍ!“ ດາວັນຍິ້ມ
ແລ້ວເຊີນອະລຸນເຂົ້າເຮືອນດ້ວຍຄວາມຕື່ນເຕັ້ນດີໃຈ. ເມື່ອເຂົ້າໄປຂ້າງໃນດາວັນກໍພາອະລຸນໄປນັ່ງ ຖ້າຢູ່ຫ້ອງຮັບແຂກ, ຫລັງຈາກນັ້ນກໍຍ່າງເຂົ້າໄປເຮືອນຄົວເພື່ອເອົາອາຫານຫວ້າງແລະນໍ້າເຢັນມາ ຕ້ອນຮັບອະລຸນ. “ອ້າຍນັ່ງຫລິ້ນຢູ່ນີ້ຖ້າເດີ,“
ດາວັນວາງຈານຫມາກໄມ້ກັບຈອກນໍ້າລົງເທິງໂຕະກາເຟ ແລ້ວກໍຍ່າງຂຶ້ນຂັ້ນໄດໄປເທີງເຮືອນ, “ຈັກຫນ່ອຍນ້ອງລົງມາເດີ,
ອ້າຍ,” ດາວັນຮ້ອງບອກອະລຸນແລ້ວ ກໍແລ່ນຂຶ້ນຂັ້ນໄດໄປ,
ປ່ອຍໃຫ້ອະລຸນນັ່ງເຫລືອກຕາຊອກຫາແສງດາວຢູ່ຄົນດຽວດ້ວຍຄວາມກາງວົນ ໃຈ. ອະລຸນຫຢືດຄໍສ່ອງອອກໄປທາງປ່ອງຢ້ຽມຫລັງບ້ານກໍບໍ່ເຫັນໃຜ, ສ່ອງໄປທາງຫນ້າເຮືອນກໍເຫັນແຕ່ ຕຸກຕານັ່ງຫລິ້ນຢູ່ກັບຫມູ່.
“ເອ້..ແສງດາວໄປໃສຄືບໍ່ເຫັນ,
ຫລືຫລົບຫນ້າເຮົາບໍ, ຮືມໆ ແລ້ວເດັກຍິງທີ່ຊື່ ຕຸກຕານັ້ນແມ່ນລູກຫລານໃຜນໍຄືຮ້ອງດາວັນວ່າແມ່, ຫລືເປັນລູກຂອງດາວັນບໍ,
ຄືບໍ່ເຫັນດາວັນເລົ່າໃຫ້ ຟັງວ່າມີລູກສາວ?”
ອະລຸນເອົາມືຄໍ້າແກ້ມນັ່ງຄິດແປກໃຈຢູ່ຄົນດຽວພ້ອມເຫລືອກສາຍຕາສັງເກດຮູບພາບ ທີ່ຕິດເອ້ຕາມຝາເຮືອນ, ອີກມືຫນຶ່ງຈັບເອົາຈອກນໍ້າຂຶ້ນມາດື່ມແຕ່ທັນທີໃດດາວັນກໍຍ່າງລົງຂັ້ນໄດມາພ້ອມ
ກັບຜູ້ຍິງອີກຄົນຫນຶ່ງ, ອະລຸນເຫັນກໍລຸກຢືນຂຶ້ນປຸບປັບແລ້ວວາງຈອກນໍ້າລົງທັນທີ. “ໃຫ້ຂ້ອຍກິນນໍ້າກ່ອນ ຄ່ອຍລົງມາກະບໍ່ໄດ້ນໍ,
ຫິວນໍ້າຕາມເຄີຍເຮົາ,” ອະລຸນຄິດຍິ້ມຢູ່ໃນໃຈພ້ອມທັງເຫລືອກຕາໃສ່ຍິງສາວຄົນທີ່ ຍ່າງລົງມາພ້ອມກັບດາວັນທີ່ມີຫນ້າຕາຄ້າຍຄືກັບຮູບພາບແສງດາວຫລາຍ. ອະລຸນເຫັນກໍຕົກສເງິບໍ່ຮູ້ຊິທັກ ທາຍແນວໃດດີ.
“ອືມໆ ແສງດາວບໍ?” ອະລຸນທັກທາຍຖາມເປັນສຽງສັ່ນໆເຊັນໆພ້ອມເຮັດສາຍຕາຈ້ອງ ໃສ່ຍິງທີ່ກໍາລັງຍ່າງເຂົ້າມາຫາອະລຸນໂດຍບໍ່ຂາດສາຍຕາຍ. ຍິງຄົນນັ້ນຍ່າງເຂົ້າມາຢືນຢູ່ຕໍ່ຫນ້າອະລຸນ, ແລ້ວກໍຍິ້ມທັກທາຍອະລຸນທີ່ເປັນຮອຍຍິ້ມແບບເຫມືອນກັບວ່າມີຄວາມທຸກຢູ່ໃນໃຈ. “ແສງດາວບໍ?” ອະລຸນ ຫຍັບເຂົ້າໄປໃກ້ໆແລ້ວຖາມອີກຄັ້ງເປັນສຽງເບົາໆ. ແຕ່ນາງບໍ່ຕອບໄດ້ແຕ່ຢືນຈ້ອງຫນ້າອະລຸນເຮັດເປັນ ຫນ້າເສົ້າເສຍໃຈ. ພໍອະລຸນສັງເກດເຫັນໃບຫນ້າຂອງນາງມີເມັດນໍ້າຕາກໍາລັງຍ້ອຍລົງໃສ່ຮີມສົບຂອງນາງ ກໍຄິດສັບສົນໃຈ. ບໍ່ຮູ້ວ່ານາງໄຫ້ເພາະດີໃຈຫລືເສຍໃຈເພາະທ່າທີຂອງນາງບໍ່ຍອມສະແດງອອກບອກໃຫ້ ອະລຸນເຫັນເລີຍວ່ານາງດີໃຈຫລືເສຍໃຈທີ່ໄດ້ພົບອະລຸນ. ແປກທີ່ສຸດກໍຄືນາງບໍ່ຍອມເອີ່ຍປາກຖາມຄວາມ ເປັນທຸກສຸກ, ແມ້ແຕ່ຄໍາສະບາຍດີກໍບໍ່ທັກທາຍອະລຸນເລີຍ. ໄດ້ແຕ່ຢືນສະອື້ນກັບນໍ້າຕາຢູ່ຕໍ່ຫນ້າອະລຸນ. ອະລຸນເຫັນເປັນດັ່ງນັ້ນກໍຢືນຊຶງບໍ່ຮູ້ຈະເຮັດແນວໃດດີ, ງວກຫນ້າໄປຫາດາວັນທີຢືນຢູ່ເບື້ອງຫລັງຂອງ ນາງເພື່ອຊອກຫາຄໍາອະທິບາຍ, ພໍດາວັນເຫັນອະລຸນເຊືອດສາຍຕາໃສ່ກໍເຮັດອື່ມອືອືມອືງຫນ້າຕາໂສກເສົ້າ, ບໍ່ເຫມືອນກັບຕອນທີ່ໄດ້ພົບອະລຸນໃຫມ່ໆເລີຍ. “ແມ່ນແລ້ວ, ອ້າຍອະລຸນ…ນັ້ນຄືເອື້ອຍ ແສງດາວ,
ລາວ ເວົ້າກັບອ້າຍບໍ່ໄດ້ກໍເພາະລາວປາກກືກ, ລາວໄດ້ຍິນສຽງອ້າຍເວົ້າຢູ່ແລະເຂົ້າໃຈ, ແຕ່ເວົ້າຕອບບໍ່ໄດ້,”
ສຸດທ້າຍດາວັນກໍເອີ່ຍປາກອອກມາພ້ອມທັງຍ່າງເຂົ້າໄປກອດແສງດາວດ້ວຍຄວາມເສົ້າເສຍໃຈ. ຄໍາເວົ້າ
ຂອງດາວັນເຮັດໃຫ້ອະລຸນຕົກສະເງີ້ເສຍລັກເຊຖອຍຫລັງໄປຫລາຍບາດກ້າວ. “ອ້າຍອະລຸນ!!“
ດາວັນ ເຫັນກໍຮ້ອງຂຶ້ນຫມົດແຮງແລ້ວຟ້າວແລ່ນເຂົ້າມາຊ່ວຍໂຈມເອົາອະລຸນໄວ້, ຫລັງຈາກນັ້ນກໍຄ່ອຍໆໂຈມໄປ ນັ່ງຢູ່ໂຊ່ຟ່າ.
“ບໍ່ຫນ້າເຊື່ອເລີຍ, ບໍ່ຫນ້າເປັນໄປໄດ້,”
ອະລຸນນັ່ງກົ້ມຫນ້າແກ່ວງຫົວນຶກຄິດໄປກັບພາບພົດ ຄວາມຈິງທີ່ກໍາລັງເກີດຂຶ້ນຕໍ່ຫນ້າຂອງອະລຸນ, “ບໍ່ນຶກບໍ່ຝັນວ່າຄວາມເປັນຈິງຈະອອກມາໃນຮູບນີ້, ບໍ່ເຂົ້າໃຈ
ເປັນຫຍັງແສງດາວຈຶ່ງປິດບັງເລື່ອງນີ້ດ້ວຍ.” ອະລຸນແນມເບິ່ງໃບຫນ້າແສງດາວອີກຄັ້ງແລ້ວກໍລຸກຢືນຂຶ້ນ
ເປ້ເອົາກະເປົາແບກແພກຕຽມຍ່າງອອກຈາກເຮືອນແຕ່ພໍແສງດາວເຫັນອະລຸນຈະຫນີອອກຈາກເຮືອນກໍ ຟ້າວແລ່ນເຂົ້າມາຈ່ອງແຂນອະລຸນໄວ້ພ້ອມທັງຈົກເອົາຫນັງສືອອກມາຈາກຖົງເສື້ອ, ແລ້ວຍື່ນໃຫ້ອະລຸນ.
ດາວັນເຫັນແສງດາວກັບອະລຸນພະຍາຍາມປັບໃຈເຂົ້າໃຈກັນກໍລຸກຍ່າງອອກໄປນັ່ງຢູ່ສະບຽງຫນ້າເຮືອນ. ປ່ອຍໂອກາດໃຫ້ອະລຸນກັບແສງດາວຢູ່ລໍາພັງສອງຕໍ່ສອງ. ອະລຸນເຫັນດາວັນອອກຫ້ອງໄປກໍວາງແບກ ແພກລົງແລ້ວຈັບເອົາຫນັງສືທີ່ແສງດາວຍື່ນໃຫ້ມາອ່ານ. ມັນເປັນຫນັງສືທີ່ແສງດາວຂຽນໄວ້ຄືນນີ້ເພື່ອອະ ທິບາຍເຖີງຄວາມເປັນຈິງແລະເຫດຜົນທີ່ແສງດາວຕ້ອງເຮັດແບບນີ້. ໃນຫນັງສືຂຽນໄວ້ວ່າ:
“ອ້າຍອະລຸນ ນ້ອງຂໍໂທດອ້າຍຫລາຍໆ, ນ້ອງເສຍໃຈທີ່ປິດບັງອ້າຍມາຕະລອດ, ມັນເປັນຄວາມຜິດຂອງນ້ອງເອງທີນ້ອງ ຄິດເຫັນແກ່ຕົວບໍ່ເຫັນແກ່ຄວາມເຈັບປວດຂອງຄົນອື່ນ, ອ້າຍຮູ້ບໍ່ວ່າເປັນຫຍັງນ້ອງຈຶ່ງບໍ່ຍອມລົມອ້າຍໃນ ໂທລະສັບ,
ກໍຍ້ອນນ້ອງພິການໃນການປາກເວົ້າຄືອ້າຍເຫັນນີ້ແຫລະ. ແລ້ວອ້າຍຮູ້ອີກບໍວ່າເປັນຫຍັງນ້ອງ ຈຶ່ງບໍ່ຍອມສະແດງຄວາມຮູ້ສຶກໃຫ້ອ້າຍເຫັນໃນຫ້ອງແຊດໃນເອັມໃນອິແມວ, ວ່ານ້ອງຮັກອ້າຍ?
ກໍຍ້ອນ ເຫດຜົນດຽວນີ້ເຊັ່ນກັນ. ນ້ອງພະຍາຍາມຕີຕົວຫລີກອ້າຍແລ້ວແຕ່ອ້າຍນໍາຕື້ນ້ອງເອງ, ນ້ອງຂໍໂທດອ້າຍ,
ແລະນ້ອງກໍເສຍໃຈທີ່ສຸດທີ່ອ້າຍຕ້ອງມາພົບກັບຄວາມຈິງແບບນີ້, ນ້ອງຮູ້ດີວ່າອ້າຍຕ້ອງຜິດຫວັງໃນຕົວ ນ້ອງເມື່ອຮູ້ວ່ານ້ອງເປັນຄົນພິການ. ນ້ອງຮູ້ດີວ່ານ້ອງບໍ່ມີບຸນວາດສນາຕໍ່ອ້າຍ, ບໍ່ເມາະສົມກັບອ້າຍເລີຍ.
ອ້າຍອາດສົງໃສວ່າເປັນຫຍັງນ້ອງຈຶ່ງບໍ່ບອກອ້າຍແຕ່ຫົວທີເພື່ອອ້າຍຈະມີເວລາຄິດ, ແລ້ວເປັນຫຍັງຈຶ່ງ
ຍອມໃຫ້ອ້າຍມາພົບ, ຂໍ້ນີ້ນ້ອງຢາກໃຫ້ອ້າຍຄິດເບິ່ງຄັກໆ, ໃນບ້ານຫລັງນີ້ຍັງມີຜູ້ຍິງອີກຄົນຫນຶ່ງທີ່ສົນໃຈ ອ້າຍຫລາຍເປັນພິເສດ, ທີ່ໃຫ້ຄວາມເປັນຫ່ວງເປັນໃຍແລະຄອຍຖາມຫາອ້າຍຢູ່ຕະລອດເວລາ, ວ່າອ້າຍຈະ
ມາລາວມື້ໃດວັນໃດ,” ອາລຸນອ່ານມາຮອດນີ້ກໍຢຸດອ່ານ,
ຫລັງຈາກນັ້ນກໍຫລຽວອອກໄປຂ້າງນອກສາຍຕາ
ແນມເບິ່ງດາວັນທີ່ກໍາລັງນັ່ງຄິດເພີນຢູ່ສະບຽງຄົນດຽວ.
“ນີ້, ຫມາຍຄວາມວ່າທຸກສິ່ງຢາງທີ່ເຈົ້າເຮັດໄປກໍ ເພື່ອຫລອກໃຫ້ຂ້ອຍມາພົບດາວັນແມ່ນບໍ່? ເຈົ້າເຮັດແບບນີ້ກັບຂ້ອຍໄດ້ແນວໃດ!?” ອະລຸນເດ່ມືໄປຈັບ
ແຂນແສງດາວພ້ອມທັງສົ່ງສາຍຕາໃສ່ແບບບໍ່ພໍໃຈທັງຢາກຮ້າຍແຕ່ກໍອົດກັ້ນໄວ້ໃນໃຈເພາະອະລຸນຮູ້ດີວ່າ ຖ້າຈະໂທດກໍຕ້ອງໂທດອະລຸນເຊັ່ນກັນທີໄປຫລົງຮັກແສງດາວ. “ຂ້ອຍບໍ່ໄດ້ຜິດຫວັງໃນຕົວເຈົ້າ, ແຕ່ຂ້ອຍ
ເສຍໃຈທີ່ເຈົ້າບໍ່ບອກຄວາມຈິງກັບຂ້ອຍ, ຂໍໂທດ, ຂ້ອຍຂໍຕົວໄປພັກຜ່ອນກ່ອນ, ໂອກາດຫນ້າພົບກັນໃຫມ່,
ລາກ່ອນແສງດາວ!” ອະລຸນແນມເບິ່ງຫນ້າແສງດາວອີກຄັ້ງແລ້ວກໍເປ້ເອົາຖົງກະເປົາແບກແພກຍ່າງອອກ ຈາກເຮືອນໄປ. ສ່ວນແສງດາວກໍໄດ້ແຕ່ຢືນສະອື້ນກັບນໍ້າຕາ, ຢາກເວົ້າໃຫ້ອະລຸນເຂົ້າໃຈກໍເວົ້າບໍ່ອອກ, ໄດ້ແຕ່ແກວ່ງຫົວປະຕິເສດກັບຄໍາກ່າວຫາຂອງອະລຸນ. ແສງດາວຢາກອະທິບາຍໃຫ້ອະລຸນເຂົ້າໃຈວ່າ ນັ້ນມັນບໍ່ແມ່ນຄວາມຈິງ, ອະລຸນເຂົ້າໃຈຜິດແລ້ວ,
ແສງດາວບໍ່ໄດ້ມີເຈດຕະນາຫລອກອະລຸນເລີຍທຸກ ສິ່ງຢ່າງເຮັດໄປກໍເພື່ອຫວັງດີກັບອະລຸນ, ແສງດາວກໍຮັກອະລຸນແຕ່ຮູ້ໂຕເອງດີວ່າບໍ່ເມາະສົມກັບອະລຸນ ກໍເລີຍຢາກໃຫ້ອະລຸນພົບກັບຄົນທີເມາະສົມກວ່າ.
ອະລຸນຍ່າງອອກນອກເຮືອນແລ້ວກໍຍ່າງຜ່ານດາວັນໄປແບບຟ້າວຟັ່ງໂດຍບໍ່ເວົ້າຫຍັງຈັກຄຳ. ດາວັນເຫັນ ອະລຸນຍ່າງກາຍກໍລຸກຮ້ອງນໍາຫລັງ, “ອ້າຍອະລຸນ! ອ້າຍອະລຸນ! ອ້າຍຈະໄປໃສ?” ອະລຸນໄດ້ຍິນດາວັນ ຮ້ອງຖາມແຕ່ບໍ່ຍອມຕອບ, ໄດ້ແຕ່ກົ້ມຫນ້າຍ່າງອອກໄປນອກທາງແລ້ວຍ່າງເດີນວົນໄປວຽນມາຕາມແຄມ ທາງຊອກຫາລົດແທກຊີ. ດາວັນເຫັນກໍແລ່ນຕາມອອກໄປ, “ອ້າຍຈະໄປໃສ ນ້ອງຈະພາໄປສົ່ງ,“ ດາວັນ ແລ່ນໄປຢືນຢູ່ຕໍ່ຫນ້າອະລຸນພ້ອມທັງຫາຍໃຈນ້ອຍ ໃຈໃຫຍ່ເຮັດສີຫນ້າເປັນຫ່ວງ. “ບໍ່ຈໍາເປັນດອກດາວັນ, ອ້າຍໄປເອງກະໄດ້,“ ອະລຸນແນມເບິ່ງຫນ້າດາວັນແລ້ວບອກດາວັນບໍ່ໃຫ້ເປັນຫ່ວງ. “ແລ້ວອ້າຍຈະໄປໃສ?“ ດາວັນຖາມແບບຢາກຮ້າຍ. “ຈະໄປຊອກເຮືອນພັກ,“ ອະລຸນຕອບ. “ແລ້ວອ້າຍຮູ້ຊັ້ນເບາະວ່າເຮືອນພັກ ຢູ່ໃສ?“ ດາວັນຖາມຄືນ. “ເຮືອນພັກໃສກໍໄດ້, ແພງຖືກອ້າຍບໍ່ສົນ“ ອະລຸນເວົ້າແລ້ວກໍຍົກມືຂຶ້ນໂບກເອົາ ລົດຕຸກໆທີ່ກໍາລັງແລ່ນມາ. “ມານີ້ນ້ອງຈະພາໄປ” ດາວັນໂດດຂຶ້ນລົດຕຸກໆພ້ອມອະລຸນແລ້ວບອກໃຫ້ ຄົນຂັບລົດຕຸກໆຂັບໄປສົ່ງທີ່ເຮືອນພັກວຽງສະຫວັນທີ່ດາວັນເຄີຍເປັນພະນັກງານທີ່ນັ້ນມາກ່ອນ. “ນ້ອງເຄີຍເປັນພະນັກງານທີ່ບ້ານພັກນີ້ມາກ່ອນ, ນ້ອງຮູ້ຈັກເຈົ້າຂອງບ້ານພັກແລະຄົນງານທີ່ນີ້ດີ, ຮັບຮອງ ເຂົາເຈົ້າຈະຕ້ອນຮັບອ້າຍເປັນຢ່າງດີ, ແລະລາຄາເປັນກັນເອງ,” ດາວັນຫຍັບເຂົ້າໄປນັ່ງໃກ້ອະລຸນແລ້ວ ອະທິບາຍເພື່ອປອບໃຈອະລຸນ, “ອ້າຍບໍ່ຕ້ອງຄິດ ຫຍັງຫລາຍເດີອ້າຍອະລຸນ, ບໍ່ວ່າອ້າຍຈະຄິດວ່ານ້ອງກັບ ເອື້ອຍແສງດາວເປັນຄົນແບບໃດກໍຕາມ, ພວກນ້ອງກໍຈະນັບຖືອ້າຍເປັນອ້າຍ, ເປັນເພື່ອນສະເຫມີ” ດາວັນ ພະຍາຍາມອະທິບາຍໃຫ້ອະລຸນເຂົ້າໃຈ. ຫລັງຈາກດາວັນຂີ່ລົດຕຸກໆໄປສົ່ງອະລຸນທີເຮືອນພັກແລ້ວກໍກັບ ບ້ານ. ມື້ຕໍ່ມາດາວັນກໍໄປຫາອະລຸນແລ້ວຊວນອະລຸນໄປກິນເຂົ້າແລງຕາມຮ້ານອາຫານແຄມຂອງ. ອະລຸນ ຖາມຫາແສງດາວ, ດາວັນກໍຕອບວ່າໄດ້ຊວນແສງດາວມານຳແລ້ວແຕ່ແສງດາວບອກວ່າບໍ່ສະບາຍ. ຫລັງ ຈາກກິນເຂົ້າແລງໃນວັນນັ້ນອະລຸນກັບດາວັນກໍພາກັນຍ່າງທ່ຽວຫລິ້ນຕາມແຄມຂອງ. ດາວັນເລົ່າສູ່ອະລຸນ ຟັງວ່າຊີວິດຂອງແສງດາວອະພັບຫລາຍ, ເກີດມາເປັນຄົນພິການ, ມີຜູ້ຊາຍຫລາຍຄົນເຫັນແສງດາວກໍເຫັນ ໃນລັກສະນະເປັນພຽງດອກໄມ້ແຄມທາງ, ພຽງຢາກເດັດດົມຊົມຫລິ້ນຊື່ໆເພາະແສງດາວເປັນຄົນງາມມີ ສະເຫນ່, ແຕ່ຊິຫາຄົນທີ່ຈະມາຮັກແທ້ແລະຍອມຮັບເອົາແສງດາວສາວພິການນັ້ນບໍ່ມີເລີຍ. ແສງດາວເຄີຍ ແຕ່ງງານມີຜົວເທື່ອຫນຶ່ງແລ້ວວ່າງເຈັດປີຫລັງ, ແຕ່ບໍ່ພໍຮອດປີກໍເລີກກັນເພາະຜົວແສງດາວເປັນຄົນມັກ ຫລິ້ນມັກກິນ, ກິນເຫລົ້າຫລິ້ນສາວເມົາມາທຸກຄືນ, ເມົາມາບ້ານແຕ່ລະຄືນກໍມາຫາເລື່ອງກັບເມຍ, ຮ້າຍເມຍ ຕີເມຍຫາວ່າເມຍຫຶງ, ເມຍຫວງ, ເມຍຫ້າມບໍ່ໃຫ້ໄປຫລິ້ນໄປທ່ຽວຈົນເດີກດື່ນ. “ຕອນນັ້ນນ້ອງເອງກໍຢູ່ ເຮືອນຫລັງນີ້ແຫລະ,” ດາວັນເລົ່າສູ່ອະລຸນຟັງ, “ນ້ອງອົດເຫັນສະພາບເອື້ອຍທຸກທໍລະມານກັບຜູ້ຊາຍຄົນ ນັ້ນບໍ່ໄຫວນ້ອງກໍເລີຍຫາທາງໃຫ້ເອື້ອຍແສງດາວໄລ່ຜູ້ຊາຍຄົນນັ້ນອອກຈາກບ້ານ. ນ້ອງເຂົ້າຂ້າງແລະປົກ ປ້ອງເອື້ອຍຈົນວັນຫນຶ່ງນ້ອງເຫັນຜູ້ຊາຍຄົນນັ້ນຕົບຕີເອື້ອຍແສງດາວ, ນ້ອງກໍເລີຍແລ່ນເຂົ້າໄປຊ່ວຍປ້ອງ ກັນເອື້ອຍ, ເລີຍເຮັດໃຫ້ຜູ້ຊາຍຄົນນັ້ນຄຽດແຄ້ນໃຫ້ນ້ອງຢ່າງຫນັກ, ສຸດທ້າຍເຂົາກໍກັບມາທໍາລາຍ…” ພໍເລົ່າມາຮອດນີ້ດາວັນກໍຢຸດເລົ່າແລະມິດໄປ. ອະລຸນຖາມວ່າຜູ້ຊາຍຄົນນັ້ນທໍາລາຍຫຍັງ, ແຕ່ດາວັນກໍບໍ່ ຍອມຕອບ, ນັ່ງເອົາມືເຊັດນໍ້າຕາອອກຈາກແກ້ມແລ້ວກໍຍິ້ມຕອບອະລຸນ, “ຢ່າລະ, ເລື່ອງມັນຜ່ານມາແລ້ວ, ວ່າແຕ່ອ້າຍອະລຸນເທາະຂໍໃຫ້ອ້າຍຮັກເອື້ອຍແສງດາວໄປຕະລອດເດີ, ຢ່າໄດ້ປະໄດ້ຖິ້ມແລະທໍາລາຍຈິດໃຈ ເອື້ອຍຂອງນ້ອງເລີຍ,” ດາວັນເວົ້າຈົບແລ້ວກໍຊວນອະລຸນກັບບ້ານພັກ.
ມື້ຕໍ່ມາອະລຸນກໍສວຍໂອກາດຂຶ້ນໄປຢາມພີ່ນ້ອງຢູ່ພາກເຫນືອໂດຍບໍ່ໄດ້ບອກໃຫ້ແສງດາວແລະດາວັນຮັບຮູ້. ໄປຢາມພີ່ນ້ອງຢູ່ໄຊຍະບູລີຫລັງຈາກນັ້ນກໍຂຶ້ນໄປທ່ຽວພາກເຫນືອຕໍ່ອີກສອງອະທິດເພື່ອພັກຜ່ອນຢ່ອນອາ ລົມ. ຈົນໃກ້ເວລາກັບອະເມລິກາອະລຸນຈຶ່ງກັບຄືນມາວຽງຈັນເພື່ອຕຽມຕົວຂຶ້ນຍົນ. ໄລຍະເວລາເດີນທາງ ໄປທ່ຽວພາກເຫນືອນັ້ນອະລຸນກໍບໍ່ເຄີຍລືມເລື່ອງທີ່ເກີດຂຶ້ນໃນວັນນັ້ນເລີຍ, ວັນທີອະລຸນພົບກັບແສງດາວ ເປັນຄັ້ງທໍາອິດ. ອະລຸນຍັງຄິດຮອດແລະເປັນຫ່ວງແສງດາວຕະຫລອດເວລາ. ເປັນຕົ້ນເມື່ອໄດ້ຮູ້ເລື່ອງລາວ ຊີວິດຂອງແສງດາວທີ່ດາວັນເລົ່າໃຫ້ອະລຸນຟັງອະລຸນກໍມີຄວາມຮູສຶກສົງສານແສງດາວຫລາຍຂຶ້ນ. ອະລຸນຄິດສະເຫມີວ່າກ່ອນອະລຸນຈະກັບອະເມລິກາອະລຸນຈະຕ້ອງກັບໄປພົບແລະລົມກັບແສງດາວໃຫ້ ຮູ້ເລື່ອງວ່າແສງດາວຄິດຢ່າງໃດກັບອະລຸນ. ອະລຸນຍັງຄິດເສຍໃຈທີ່ມື້ນັ້ນອະລຸນໃຈຮ້ອນບໍ່ຍອມຟັງຄໍາ ອະທິບາຍຂອງແສງດາວ, ຍ່າງຫນີຈາກແສງດາວໂດຍເຮັດແບບບໍ່ອາໄລໃຍດີຫຍັງ.

ຫລັງຈາກອະລຸນກັບມາວຽງຈັນກໍກັບໄປພັກຢູ່ບ້ານພັກເກົ່າ, ພໍພະນັກງານບ້ານພັກເຫັນອະລຸນກັບມາກໍ ຟ້າວບອກຂ່າວວ່າມີຜູ້ຍິງສອງຄົນມາຖາມຫາອະລຸນ, ຄົນຫນຶ່ງມາເກືອບທຸກວັນແລະອີກຄົນຫນຶ່ງມາ ມື້ດຽວ,
ຝາກຈົດຫມາຍໄວ້ແລ້ວກໍບໍ່ເຫັນມາອີກ. ອະລຸນເອົາຈົດຫມາຍມາອ່ານກໍຮູ້ທັນທີວ່າແມ່ນໃຜ, ເປັນຈົດຫມາຍຂອງແສງດາວ,
ໃນຈົດຫມາຍຂຽນໄວ້ວ່າ “ອ້າຍອະລຸນທີ່ຮັກແພງນ້ອງຂໍໂທດອີກຄັ້ງ ທີ່ເຮັດໃຫ້ອ້າຍເສຍໃຈ. ນ້ອງເອງກໍເສຍໃຈໄປບໍ່ນ້ອຍກວ່າອ້າຍດອກ. ນ້ອງຄິດຢ່າງໃດກັບອ້າຍ,
ອ້າຍ
ບໍ່ມີວັນຮູ້ດອກ. ຄວາມຮູສຶກອັນດີງາມນີ້ນ້ອງຂໍເກັບໄວ້ໃນໃຈນ້ອງຄົນດຽວກໍພໍ. ມີເລື່ອງຫນຶ່ງນ້ອງຢາກຂໍ ຮ້ອງອ້າຍ, ຖ້າອ້າຍຮັກນ້ອງແທ້ໆ, ຂໍໃຫ້ອ້າຍຮັບເອົາດາວັນແລະລູກຕຸກຕາໄປຢູ່ນຳອ້າຍ, ຂໍໃຫ້ອ້າຍຮັກ
ດາວັນ, ແຕ່ງງານກັບດາວັນ ແລ້ວສ້າງຄອບຄົວຢູ່ນຳກັນຈົນເຖົ້າແກ່. ນ້ອງຈະມີຄວາມສຸກທີ່ສຸດຖ້າດາວັນ ໄດ້ຜົວ, ໄດ້ຜູ້ຊາຍທີດີຄືອ້າຍມາເບິ່ງແຍງດູແລ. ດາວັນຊ່ວຍເຫລືອນ້ອງມາຫລາຍແລ້ວ, ຕົກທຸກລໍ່າບາກ
ເພາະນ້ອງຫລາຍ, ທຸກມື້ນີ້ດາວັນໄປທາງໃດຄົນເຂົາກໍນິນທາຫາວ່າເປັນຊູ້ກັບອ້າຍເຂີຍ. ແຕ່ນັ້ນມັນບໍ່ແມ່ນ
ຄວາມຈິງ. ມັນເປັນຄວາມຜິດຂອງນ້ອງເອງທີ່ຫລົງຄາລົມຜູ້ຊາຍຊົ່ວໆຄົນຫນຶ່ງແລະຍອມໃຫ້ເຂົາເຂົ້າມາ ທໍາລາຍຈິດໃຈເປັນຕົ້ນທໍາລາຍນ້ອງສາວຂອງໂຕເອງ. ສິ່ງທີ່ນ້ອງໃຫ້ອະໄພໂຕເອງບໍ່ໄດ້ແມ່ນເຫັນນ້ອງ ສາວຂອງໂວເອງຖືກຂົ່ມຂຶນທໍາລາຍສື່ສຽງໄປຕໍ່ຫນ້າຕໍ່ຕາດ້ວຍນໍ້າມືຂອງຜູ້ຊາຍຄົນນັ້ນ, ແຕ່ນ້ອງເຮັດ
ຫຍັງບໍ່ໄດ້. ເຖີງຢ່າງໃດກໍດີ,
ຂໍໃຫ້ອ້າຍຈົ່ງຮັກດາວັນແລະ
ດູແລລູກຂອງດາວັນໃຫ້ດີ, ຊີວິດນີ້ນ້ອງບໍ່ຫວັງ ຫຍັງອີກແລ້ວ, ຂໍພຽງດາວັນໄດ້ຜົວດີມີຄວາມສຸກນ້ອງກໍຕາຍຕາຫລັບແລ້ວ, ອ້າຍຄົງຫາຍສົງໃສແລ້ວຕີວ່າ ຕຸກຕາເປັນລູກໃຜ.
ແມ່ນແລ້ວຕຸກຕາເປັນລູກດາວັນເກີດຈາກການກະທໍາຊົ່ວໆຂອງຜົວນ້ອງເອງ.” ອະລຸນ
ອ່ານມາຮອດນີ້ກໍຢຸດອ່ານແລ້ວຟ້າວແລ່ນອອກບ້ານພັກໄປທັນທີ. “ອ້າຍໆ, ໄປສົ່ງຂ້ອຍຕາມທີ່ຢູ່ນີ້ໄດ້ບໍ່?“ ອະລຸນເອົາທີ່ຢູ່ເລກເຮືອນຂອງແສງດາວໃຫ້ຄົນຂັບລົດຕຸກໆແລ້ວບອກໃຫ້ໄປສົ່ງຕາມທີ່ຢູ່. ພໍໄປຮອດບ້ານ
ແສງດາວ, ອະລຸນກໍຟ້າວລົງລົດແລ່ນເຂົ້າໄປຢືນຢູ່ຫນ້າປະຕູເຮືອນແລ້ວຮ້ອງຫາແສງດາວ. “ແສງດາວ! ແສງດາວ! ແສງດາວ!“ ອະລຸນຢືນເອີ້ນຊື່ແສງດາວຢູ່ຫນ້າປະຕູເຮືອນດ້ວຍຄວາມກາງວົນໃຈ, ດາວັນໄດ້
ຍິນກໍຍ່າງອອກມາຫາ. “ເອື້ອຍແສງດາວບໍ່ຢູ່ດອກອ້າຍອະລຸນ,“ ດາວັນເວົ້າແບບສີຫນ້າເສີຍໆ.
“ແລ້ວແສງ ດາວໄປໃສ?“
ອະລຸນຖາມດ້ວຍຄວາມເປັນຫ່ວງ. "ລາວອອກບ້ານໄປວ່າງຢ່ານີ້,
ວ່າຈະໄປຊຽງຂວາງ, ໄປຢາມພີ່ນ້ອງ,
ເຫັນລາວບອກວ່າຈະໄປພັກຜ່ອນຢູ່ພຸ້ນຈັກສອງສາມອະທິດຈຶ່ງກັບ, ອ້າຍຈະຕາມໄປຫາ
ລາວບໍ? ນ້ອງຈະເອົາທີ່ຢູ່ຂອງລາວໃຫ້ເດີ,” ດາວັນເວົ້າແລ້ວກໍຍ່າງເຂົ້າໄປຈັບເອົາປາກກາກັບເຈັ້ຍມາ ຂຽນທີ່ຢູ່ແລ້ວຍື່ນໃຫ້ອະລຸນ. “ໂຊກດີເດີອ້າຍ,“
ດາວັນຍື່ນເຈັ້ຍທີ່ຢູ່ໃຫ້ອະລຸນພ້ອມທັງສັ່ງລາ.
“ດຽວ, ດາວັນບອກວ່າແສງດາວອອກໄປວ່າງກີ້ຫວາ? ລາວຈະຂີ່ລົດເມໄປຊຽງຂວາງແມ່ນບໍ່? ອະລຸນຖາມດາວັນ ດ້ວຍຄວາມຮ້ອນໃຈ, ເມື່ອເຫັນດາວັນງຶກຫົວຕອບອະລຸນກໍບໍ່ລໍຊ້າຟ້າວແລ່ນອອກໄປລັດລົດທັນທີ. ພໍດີມີ
ລົດແທກຊີຄັນຫນຶ່ງແລ່ນມາອະລຸນເຫັນກໍຟ້າວໂບ້ກມື້ເອີ້ນເອົາທັນທີແລ້ວບອກໃຫ້ຂັບໄປສົ່ງທີ່ສະຖານນີ ລົດເມສາຍຊຽງຂວາງວັງຈັນ. “ຂັບໄວໆແດ່ອ້າຍ” ອະລຸນເອີ້ນສັ່ງຄົນຂັບລົດແທກຊີ. ແທກຊີກໍເລັ່ງເຕັມທີ່,
ພໍໄປຮອດສະຖານີລົດເມອະລຸນກໍຮີບລົງລົດ, ສັ່ງບອກຄົນຂັບລົດແທກຊີໃຫ້ລໍຖ້າແລ້ວແລ່ນຫລຽວຫນ້າ ຫລຽວຫລັງຊອກຫາລົດເມປ້າຍຊຽງຂວາງ. ເວລາແລ່ນໄປມາຢູ່ນັ້ນ ກໍມີຜູ້ຍິງເດັກຄົນຫນຶ່ງຍ່າງມາຫາ “ອ້າຍ,
ອ້າຍຊື້ນໍ້າໂອລ້ຽງບໍ່ເຫັນແລ່ນໄປແລ່ນມາເບິ່ງຊົງຄືຊິຫີວນໍ້າ?” ເດັກຜູ້ຍິງຂາຍນໍ້າໂອລ້ຽງຍ່າງ ມາຖາມອະລຸນ.
“ຕອນນີ້ອ້າຍບໍ່ທັນຢາກນໍ້າ
ແຕ່ຢາກໃຫ້ເຈົ້າຊ່ວຍບອກໄດ້ບໍ່ວ່າລົດເມຊິໄປຊຽງຂວາງ ຄັນໃດ?” ອະລຸນກົ້ມລົງຖາມເດັກຜູ້ຍິງຂາຍໂອລ້ຽງດ້ວຍຄວາມກາງວົນໃຈ. “ຖ້າອ້າຍໄດ້ພໍ້ຄົນທີ່ອ້າຍຕ້ອງ ການພໍ້ອ້າຍຈະກັບມາເຫມົາໂອລ້ຽງເຈົ້າຫມົດເລີຍແລະ,” ອະລຸນທັງເວົ້່າທັງເຫລືອກຕາຊອກຫາລົດເມ. “ຄັນນັ້ນຫັ້ນເດ,
ເຫັນບໍ່ຄັນທີກຳລັງຈະອ້ຽວອອກຈາກບ່ອນຈອດ,” ເດັກຍິງຂາຍໂອລ້ຽງຊີ້ບອກອະລຸນ. ອະລຸນເຫັນກໍ່ຟ້າວສັ່ງເດັກຍິງຂາຍໂອລ້ຽງບໍ່ໃຫ້ໄປໃສບອກວ່າຈັກນ່ອຍຊິກັບມາຊື້ຊ່ວຍແລ້ວກໍ່ແລ່ນເອີ້ນນໍາ ກົ້ນລົດເມ. “ຢຸດ ຢຸດ ຢຸດກ່ອນ,
ຖ້າຂ້ອຍແດ່!” ອະລຸນເອີ້ນນໍາກົ້ນລົດເມຢ່າງແຮງ. ຄົນຂັບລົດເມໄດ້ຍິນ
ກໍຄ່ອຍໆຢຸດລົດແລ້ວໄຂປະຕູລົດຮັບເອົາອະລຸນ. ເມື່ອອະລຸນຂຶ້ນລົດໄປກໍກ່າວຄຳຂອບໃຈແລະ ຂໍໂທດ ຄົນຂັບລົດທັນທີ “ຂໍໂທດອ້າຍ,
ລົດເມຄັນນີ້ໄປຊຽງຂວາງບໍ?,” ອະລຸນຖາມ. “ແມ່ນແລ້ວ, ຫາບ່ອນນັ່ງ
ເອົາເດີ,” ຄົນຂັບລົດເມຕອບອະລຸນແລ້ວບອກໃຫ້ອະລຸນຊອກບ່ອນນັ່ງ. “ໄດ້ແລ້ວ,” ອະລຸນຕອບ “ຄືຊິບໍ່
ໄດ້ໄປຊຽງຂວາງນຳດອກ, ຂ້ອຍພຽງຢາກພໍ້ຜູ້ຍິງຄົນຫນຶ່ງທໍ່ນັ້ນ,” ທັງເວົ້າທັງເຫລືອກຕາໄປຫາຜູ້ຍິງຄົນ ຫນຶ່ງທີ່ກໍາລັງນັ່ງກົ້ມຫນ້າອ່ານຫນັງສືຢູ່ທ້າຍລົດ. “ແສງດາວ!” ອະລຸນເອີ້ນໃສ່, ແສງດາວໄດ້ຍິນຄົນເອີ້ນຊື່ ໂຕເອງກໍເງີຍຫນ້າໄປເບິ່ງ,
ພໍເຫັນອະລຸນຢືນຢູ່ຫນ້າລົດເມກໍຕົກໃຈຖິ້ມ
ຫນັງສືພີມທັນທີແລ້ວລຸກຍ່າງມາຫາ
ອະລຸນພ້ອມທັງເຮັດສີຫນ້າງົງ, ສັບສົນ. ນາງຢືນຢູ່ຕໍ່ຫນ້າອະລຸນແລ້ວຍົກມືຂຶ້ນສະແດງທ່າທີຢາກຖາມ
ອະລຸນວ່າເກີດຫຍັງຂຶ້ນ. ອະລຸນເຫັນກໍເດ່ມືໄປຈູງເອົາແສງດາວ, “ບໍ່ມີຫຍັງດອກ,
ອ້າຍມາຮັບເອົານ້ອງກັບ ບ້ານ,
ຈະໄປນຳອ້າຍບໍ່ຫລືວ່າຊິໃຫ້ອ້າຍໄປຊຽງຂວາງນຳ?!” ອະລຸນເວົ້າແລ້ວກໍຊວນແສງດາວລົງລົດ. “ອ້າຍຊ່ວຍເອົາກະເປົາຂອງລາວລົງລົດເມໃຫ້ແດ່ເດີ,” ອະລຸນຂໍຮ້ອງຄົນຂັບລົດເມໃຫ້ເອົາກະເປົາແສງດາວ ລົງຈາກລົດເມ, ຫລັງຈາກນັ້ນກໍຈູງແຂນແສງດາວລົງລົດ. “ອ້າຍມີວຽກລົມນຳ ກັບບ້ານນຳອ້າຍເນາະ,” ອະລຸນເປ້ເອົາກະເປົາຂອງແສງດາວໃສ່ບ່າແລ້ວຈູງແສງດາວໄປຂຶ້ນແທກຊີທີຖ້າອະລຸນຢູ່. ທຳອິດແສງດາວ
ກໍເຮັດລັ່ງເລໃຈບໍ່ຢາກໄປນຳອະລຸນແຕ່ພໍອະລຸນໃຊ້ຄຳຄູ່ວ່າຈະອຸ້ມເປ້ໃສ່ບ່າໂລດຖ້າບໍ່ໄປນຳອິຫລີ. ແສງ ດາວຄິດອາຍຜູ້ຄົນກໍເລີຍປ່ຽນໃຈຍອມໄປຂຶ້ນແທກຊີນຳອະລຸນ. ກ່ອນຈະຂຶ້ນແທກຊີອະລຸນກໍໄດ້ເອົາເງິນ ຍື່ນໃຫ້ເດັກຍິງຂາຍໂອລ້ຽງຊາວດອນແລ້ວບອກວ່າຂໍເອົາສອງຖົງ, ເຫລືອນັ້ນຢາຍກັນກິນໂລດ.
ເດັກຍິງ ຂາຍໂອລ້ຽງກໍດີໃຈເປັນຢ່າງໃຫຍ່. ຫລັງຈາກນັ້ນອະລຸນກັບແສງດາວກໍຂຶ້ນລົດແທກຊີ ຂີ່ອອກໄປ, ພໍໄປ ຮອດໄລຍະຫນຶ່ງອະລຸນກໍເອີ້ນຖາມຂໍເຈັ້ຍແລະບິກກັບຄົນຂັບລົດ, ເມື່ອໄດ້ເຈັ້ຍແລະບິກມາແລ້ວອະລຸນກໍ ເລີ່ມຂຽນຖາມແສງດາວຕອບໂຕ້ກັນໄປມາ:
ອະລຸນ: ໄປຢູ່ອະເມລິກາ ນຳອ້າຍເນາະ?
ແສງດາວ: ອ້າຍເອົາດາວັນໄປຢູ່ນຳສະ, ນ້ອງຈະໄປເປັນພາລະອ້າຍລ້າໆ.
ອະລຸນ: ແຕ່ອ້າຍບໍ່ໄດ້ຮັກດາວັນ, ອ້າຍຮັກເຈົ້າ.
ພໍແສງດາວອ່ານຄຳຕອບສຸດທ້າຍຂອງອະລຸນກໍເຮັດສີຫນ້າເຂີນໆເອົາມືເດ່ໄປຢິກແອວອະລຸນຫມົດ ແຮງແລ້ວຂຽນຕອບອະລຸນວ່າ: ອິຕາຜີບ້າ!!

ພໍໄປຮອດບ້ານ. ດາວັນເຫັນອະລຸນກັບແສງດາວກັບມາພ້ອມກັນກໍຮ້ອງຂຶ້ນດີໃຈ, “ແບບນີ້ຕ້ອງຈັດ ງານລ້ຽງສະຫລອງກັນແລ້ວ,” ດາວັນໂຮ່ຂຶ້ນຫມົດແຮງແລ້ວກໍຟ້າວອອກໄປຊື້ເຄື່ອງກິນ, ເຄື່ອງດື່ມ,
ເພື່ອລ້ຽງສະຫລອງມື້ແລງ. ຖືເປັນງານລ້ຽງສົ່ງອະລຸນຈະກັບອະເມລິກາເລີຍ. ໃນຄໍ່າຄືນມື້ນັ້ນ ອະລຸນ ແສງດາວ, ດາວັນກັບຫມູ່ອີສາມສີ່ຄົນກໍພາກັນສະຫລອງກັນຢ່າງໃຫຍ່. ມື້ຕໍ່ມາອະລຸນກໍຂຶ້ນຍົນກັບອະເມ ລິກາ. ແຕ່ກ່ອນຈະຂຶ້ນຍົນໃນຕອນເຊົ້າຂອງມື້ນັ້ນ
ແສງດາວໄດ້ຖາມອະລຸນເລື່ອງດາວັນ, ແລະລູກຕຸກຕາ. ອະລຸນບອກກັບແສງດາວວ່າອະລຸນໄດ້ອ່ານຈົດຫມາຍແສງດາວຂຽນຝາກໄວ້ກັບພະນັກງານເຮືອນພັກ ແລ້ວແລະເຂົ້າໃຈໃນຄວາມຫວັງດີຂອງແສງດາວທຸກຢ່າງ, ເຂົ້າໃຈໃນຄວາມເສຍສະລະເພື່ອນ້ອງສາວ ແລະ
ເພື່ອອະນາຄົດຂອງຫລານສາວ, “ແຕ່ອ້າຍບໍ່ໄດ້ຮັກດາວັນ, ອ້າຍຮັກດາວັນຄືນ້ອງສາວ,
ອ້າຍຮັກເຈົ້າ ແລະຈະເອົາເຈົ້າໄປຢູ່ອະເມລິການຳ, ສ່ວນຫລານຕຸກຕາອ້າຍຈະປະກັນເອົາໄປຢູ່ນໍາໃນຖ້ານະລູກບຸນທຳ, ສຳລັບດາວັນ ຖ້າລາວພ້ອມອ້າຍຈະຂໍຮ້ອງຫມູ່ອ້າຍໃຫ້ປະກັນເອົາລາວໄປຢູ່ນຳ, ຈະໄດ້ຢູ່ນຳກັນພ້ອມ
ຫນ້າພ້ອມຕາ,” ອະລຸນສັ່ງລາແສງດາວກ່ອນຈະຂຶ້ນຍົນກັບອະເມລິກາໃນຕອນເຊົ້າຂອງວັນນັ້ນ.
ຫນຶ່ງປີຕໍ່ມາ ແສງດາວ, ດາວັນ ແລະຕຸກຕາ ກໍໄດ້ຍົກຍ້າຍຄອບຄົວມາຢູ່ອະເມລິກາກັບອະລຸນ. ແສງດາວ ກັບອະລຸນແຕ່ງງານກັນໄດ້ລູກສອງຄົນຍິງຫນຶ່ງຊາຍຫນຶ່ງແລ້ວກໍຢູ່ນຳກັນຢ່າງມີຄວາມສຸກຈົນເຖິງ ທຸກວັນນີ້ສ່ວນດາວັນກໍແຕ່ງງານກັບສ່ຽວຂອງອະລຸນຊື່ບຸນ ແລະກຳລັງຈະມີຂ່າວດີ...
ຈົບ ບໍລິບູນຫນຶ່ງປີຕໍ່ມາ ແສງດາວ, ດາວັນ ແລະຕຸກຕາ ກໍໄດ້ຍົກຍ້າຍຄອບຄົວມາຢູ່ອະເມລິກາກັບອະລຸນ. ແສງດາວ ກັບອະລຸນແຕ່ງງານກັນໄດ້ລູກສອງຄົນຍິງຫນຶ່ງຊາຍຫນຶ່ງແລ້ວກໍຢູ່ນຳກັນຢ່າງມີຄວາມສຸກຈົນເຖິງ ທຸກວັນນີ້ສ່ວນດາວັນກໍແຕ່ງງານກັບສ່ຽວຂອງອະລຸນຊື່ບຸນ ແລະກຳລັງຈະມີຂ່າວດີ...
ປສ ປັນຍາສິນ
No comments:
Post a Comment