ຄັງປັນຍາ

ການອ່ານສ້າງຈິນຕະນາການ. ຈິນຕະນາການສໍາຄັນກວ້າຄວາມຮູ້. ຄວາມຮູ້ແມ່ນມີຈໍາກັດ, ແຕ່ຈິນຕະນາການບໍ່ມີຂອບເຂດ, ພາໃຫ້ເກີດການພັດທະນາ ພາໃຫ້ເກີດການວິວັດທະນາ...
"Imagination is more important than knowledge. For knowledge is limited, whereas imagination embraces the entire world, stimulating progress, giving birth to evolution." - Albert Einstein

ຮັກແຮກພົບ

ຄືນວັນເສົາແລ້ວນີ້ ຂ້ອຍຖືກເຊີນໄປຮ່ວມງານສະຫລອງປີໃຫມ່, ໄປພໍ້ຜູ້ຍິງຄົນຫນຶ່ງທີ່ນັ່ງຢູ່ຂ້າງໂຕະ. ຜູ້ຍິງຄົນນັ້ນມາກັບພີ່ນ້ອງ. ພໍນາງເຫັນຂ້ອຍ, ນາງກໍແນມເບິ່ງຂ້ອຍຈົນເກືອບບໍ່ຂາດສາຍຕາ. ຂ້ອຍກໍລັກແນມເບິ່ງນາງຫລາຍເທື່ອ ບາງຄັ້ງສາຍຕາກໍປະທະກັນເຮັດໃຫ້ຫົວໃຈຂ້ອຍເປັນສັ່ນໆເຊັນໆ ຢ່າງໃດບອກບໍ່ຖືກ. ຂ້ອຍຮູ້ສຶກລື້ງເຄີຍໃບຫນ້າ, ສາຍຕາ ແລະຮອຍຍິ້ມຂອງນາງມາກ່ອນ ແຕ່ຂ້ອຍຄິດບໍ່ອອກວ່າ ຢູ່ທີ່ໃດ, ເມື່ອໃດ ແລະເວລາໃດ. ເຫັນນາງນັ່ງຢູ່ຄົນດຽວ ຫລາຍເທື່ອຢາກຈະເຂົ້າໄປທັກທາຍຖາມຂ່າວແຕ່ກໍບໍ່ກ້າ ເພາະ ຂ້ອຍເອງກໍມີຜູ້ຍິງຄົນຫນຶ່ງ ຕິດຕາມມານຳ. ພາບອາດຈະບໍ່ງາມ. ແຕ່ບັງເອີນມີຄົນທີ່ຮູ້ຈັກມານັ່ງຢູ່ທາງຂ້າງຂອງນາງ ຂ້ອຍກໍເລີຍ ສວຍໂອກາດເຂົ້າໄປທັກທາຍຖາມຂ່າວ ຄົນທີ່ຂ້ອຍຮູ້ຈັກ ແລ້ວກໍຖືໂອກາດທັກທາຍກັບຜູ້ຍິງຄົນນັ້ນນຳ. ພໍນາງບອກຊື່ຂອງນາງ ພ້ອມທັງສົ່ງຮອຍຍິ້ມແລະສຳນຽງສຽງເວົ້າ ຫົວໃຈຂ້ອຍກໍອ່ອນລ່າລົງທັນທີ.  ນາງບອກວ່າ ນາງຈື່ຂ້ອຍໄດ້ແຕ່ບໍ່ກ້າເຂົ້າມາຖາມເພາະນາງ ເກງໃຈຜູ້ຍິງທີ່ນັ່ງຢູ່ທາງຂ້າງຂ້ອຍ.

ຫລາຍປີທີ່ຜ່ານມາ ເຖິງຕ່າງຄົນຕ່າງໃຊ້ຊີວິດໃຜມັນ, ເຖິງຜູ້ຍິງຄົນນັ້ນຈະມີຄອບຄົວ ມີລູກມີຜົວ, ແລ້ວຂ້ອຍເອງກໍມີຄອບຄົວມີລູກມີເມຍ ກໍຕາມເມື່ອມາພົບກັນອີກຄັ້ງ, ຈິດສໍາພັດກັນອີກເທື່ອ, ຄວາມຊົງຈຳກໍເກີດມີມາອີກ, ເຮັດໃຫ້ຈິດໃຈເຮົາສັບສົນຫວຸ້ນວາຍ. ບໍ່ເຫັນນາງເປັນຊາວປີຂ້ອຍກໍຢູ່ໄດ້ມາຈົນບັດນີ້, ບໍ່ໄດ້ຄິດຫຍັງຫລາຍຕ່າງຄົນກໍຕ່າງໃຊ້ຊີວິດໃຜມັນ, ເດີນຄົນລະທາງ ແຕ່ໃນເມື່ອມາພໍ້ກັນອີກເທື່ອຫນຶ່ງ ແລະຮູ້ວ່ານາງມາຄົນດຽວ, ຢູ່ຄົນດຽວ ຂ້ອຍພັດນອນບໍ່ລັບ ຄິດເປັນຫ່ວງເປັນໃຫຍ່ແຕ່ນາງ. ເລີ່ມແຕ່ຄືນນັ້ນມາຂ້ອຍ ຄິດຮອດນາງຕະຫລອດອະນິຈັງ ໂລກຊ່າງບໍ່ທ່ຽງທຳແທ້ນໍ.  ຫລືວ່າເປັນຄືຄຳເພີ່ນສັນທະຍາຍໄວ້: ຮັກແຮກພົບ ຄືຮັກນິລັນດອນ…? 

ປສ

No comments:

Post a Comment