ອາທິດແລ້ວນີ້ນັດນ້ອຍກັບໝູ່ໄປກິນເຂົ້າປ່າ, ແຕ່ຮອດມື້ມາພັດຄາວຽກໜ້ອຍໜຶ່ງ, ເລີຍໂທໃຫ້ໝູ່ມາຮັບເອົານ້ອຍໄປກ່ອນ. ສ່ວນໂຕເອງກໍຢູ່ເຮັດວຽກໄປກ່ອນ, ພໍແລ້ວວຽກປຸບ, ກໍຫີ້ວນັ້ນຫີ້ວນີ້ມິຍຸມະຍະກຽມໂຕອອກຈາກເຮືອນ. ໄຂປະຕູປັບ, ນ້ອຍກໍໂທມາ:
ນ້ອຍ: ຕູ້ເອີຍ....ເຈົ້າຢູ່ໃສລະ? ຮີບມາແມ້, ໝູ່ມາຮອດໝົດລະ, ເຂົາຖ້າເຈົ້າຢູ່ນິ.
ຂ້ອຍ: ຖ້າເຮັດຫຍັງ? ພາກັນກິນກ່ອນໂລດ.
ນ້ອຍ: ເຂົາຖ້າຖ່ານ, ກັບນໍ້າກ້ອນ, ບໍ່ມີຖ່ານປີ້ງປາ! ຢ່າລືມເອົາຖ່ານຢູ່ເຮືອນ ຫັ້ນມານໍາເດີ. ຢ່າລືມແທ້ໆໄດ໋. ແລ້ວໄປແວ່ ຊື້ນໍ້າກ້ອນຢູ່ຕະຫຼາດຂ້າງເຮືອນຫັ້ນມາ ຈັກຖົງສອງຖົງ. ໄດ້ຍິນບໍ່, ຢ່າລືມເດີ!
ຂ້ອຍ: ໂດຍຂະນ້ອຍ. ຈັ່ງແມ່ນສັ່ງນັ້ນສັ່ງນີ້ເນາະ. ເອີ່....ແລ້ວພວກຕາແຕກນັ້ນເຂົາບໍ່ເອົາຫຍັງໄປແດ່ຫວະ, ບໍ່ກຽມບໍ່ຫ້າງຫຍັງກັນເລີຍຕິ? (ຕືດດດ...ສຽງວາງສາຍ, ດ່ານໍາກະບໍ່ທັນ)
“ເລີຍບໍ່ມີໃຜກຽມເອົາຫຍັງໄປຕົ່ວນິ. ຮູ້ຢູ່ວ່າຊິພາກັນໄປຊິດເບັດກິນເຂົ້າປ່າ. ແລ້ວຊິດເບັດມັນກໍຕ້ອງໄດ້ປາ, ບໍ່ແມ່ນຊິໄດ້ຂອນໄມ້. ຈັ່ງໃດບໍ່ພາກັນເອົາຖ່ານໄປນໍາ, ເອີ່...ພວກນິ?” ຂ້ອຍທັງຈົ່ມທັງຍ່າງຊອກຖົງຖ່ານວົນໄປວຽນມາຫຼາຍຮອບເຕີບ, ພໍດີໄປເຫັນຢູ່ແຈຮົ້ວ. ເຫຼືອເຄິ່ງຖົງ. ຄືຊິພໍຈີ່່ປາຫ້າຫົກໂຕໄດ້ຢູ່ດອກ. ແຕ່ເອ້...ກະຄືຊິໂພດຕິເບາະ ເອົາຖ່ານໃຊ້ບໍ່ໝົດໄປຊຸມໝູ່. ເບິ່ງຄືວ່າ ເຮົາຂີ້ຖີ່ກະດັກກະດໍ້, ບ໋ະ...ໄປຊື້ໃໝ່ເອົາດອກ. ຢູ່ລະຫວ່າງທາງກະ ມີປໍ້ານໍ້າມັນປໍ້າໜຶ່ງທີ່ເຂົາຂາຍຖ່ານ. ໄປຫລິ້ນປ່າແຖວນັ້ນແຕ່ລະເທື່ອກະເຄີຍ ແວ່ຊື່ຢູ່ຫັ້ນເລີ້ອຍໆ. ນໍ້າກ້ອນກະມີຂາຍຢູ່ຫັ້ນ. ບໍ່ແວ່ລະ ຕະຫຼາດຂ້າງບ້ານນະ. ໄປຊື້ຢູ່ພຸ້ນເອົາ. ສະບາຍກວ່າ, ພໍຄິດໄດ້ກໍຂຶ້ນລົດໄວບໍ່ຊ້າຂັບໄປຫວັ່ງໆ ເປີດເພງ "ອັນໃດກະກູນິ" ຟັງໄປແບບສະບາຍ, ຮ້ອງນໍາອີກ, “ ໂອ່ ລັ່ນລ່າ ລ່າລ່າ...ອັນໃດກະກູນິ, ໜຶ້ງເຂົ້າກະກູນິ, ລ້າງຈານກະກູນິ, ຊັກເຄື່ອງກະກູນິ, ອົບເຄື່ອງກະກູນິ, ເຮັດອັນນັ້ນກະກູນິ, ໂອ່ລ່າລ່າ ລັ່ນລ່າ...“ ພໍຂັບເພີນໄປໄດ້ປະມານເຄິ່ງຊົ່ວໂມງກະຈອດລົດຈຶກກົ້ມໜ້າແລ່ນໄປໜ້າຮ້ານ ແລ້ວດືງປະຕູຮ້ານ. ຮວຍຍ...ແປກແຮະ ມັນຄືບໍ່ໄຂ. ສ່ອງເບິ່ງທາງໃນບໍ່ມີໄຟ. ມືດຕຶດຕື. ເງີຍໜ້າຂຶ້ນອ່ານປ້າຍຢູ່ປະຕູ., ຫ່າຟາດເຈົ້າເອີຍ. ຮ້ານມັນປິດ. ມັນມາປິດຫຍັງຕອນນີ້, ເວນລະກູ. ເຮັດໃດດີນໍ້ບາດນິ? ຈັບມືຖືມາກົດນັ້ນກົດ ນີ້ຊອກຫ້າປໍ້ານໍ້າມັນໃກ້ໆແຖວນີ້, ເຫັນປໍ້າໜຶ່ງ GPS ບອກວ່າໃກ້ທີ່ສຸດແມ່ນປະມານ 35 ນາທີ. "ອີ່ປອບເອີຍ, ນັ້ນເບາະມືງວ່າໃກ້!" ດ່າ GPS. ພໍດ່າແລ້ວກໍຂັບລົດ ເລັ່ງບື່ນຂຶ້ນຮາຍເວ (highway) ໄປຕາມທາງມັນບອກ. ຖ້າມັນເວົ້າເປັນ ມັນກະຄືຊິດ່າຄືນ...ມືງຫັ້ນແຫຼະປອບ, ຖ້າມືງຄິດວ່າມັນໄກ, ມືງມາບອກໃຫ້ກູພາໄປເຮັດຫຍັງ, ບັກປອບ!
ກະລີ້ງ! ກະລີ້ງ!...ນ້ອຍໂທນໍາ.
ນ້ອຍ:
ເຮີ່ຍ...ຮອດໃສແລ້ວ!!ນ້ອຍ: ຕູ້ເອີຍ....ເຈົ້າຢູ່ໃສລະ? ຮີບມາແມ້, ໝູ່ມາຮອດໝົດລະ, ເຂົາຖ້າເຈົ້າຢູ່ນິ.

ຂ້ອຍ: ໃກ້ຊິຮອດແລ້ວ, ຊອກຊື້ຖ່ານກັບນໍ້າກ້ອນຢູ່. ຈັກນ່ອຍກະຮອດລະ.
ນ້ອຍ: ເອົ້າ...ຂ້ອຍບອກໃຫ້ເຈົ້າເອົາຖ່ານມາແຕ່ເຮືອນ, ບໍ່ໄດ້ເອົາຫວະ? ບອກໃຫ້ແວ່ຊື້ນໍ້າກ້ອນຢູ່ຕະຫຼາດໃກ້ບ້ານ ກະບໍ່ໄດ້ຊື້ຊໍ້ານະ?
ຂ້ອຍ: ບໍ່. ບໍ່ໄດ້ເອົາມາ. ຂ້ອຍວ່າ ຊິມາຊື້ຢູ່ປໍ້ານໍ້າມັນທີ່ເຮົາເຄີຍຊື້. ແຕ່ມັນປິດ.
ນ້ອຍ: ຕາຍລະ, ຈັ່ງແມ່ນຊາດເນາະເຈົ້ານິ. ຄັນມັນເປີດ, ຂ້ອຍຊິສັ່ງໃຫ້ເຈົ້າເອົາມາ ແຕ່ເຮືອນເບາະ. ພວກຂ້ອຍແວ່ແລ້ວ...ມັນປິດ ຈຶ່ງໂທສັ່ງເຈົ້າ. ກະບອກແລ້ວຢ່າລືມເດີ, ຢ່າລືມເດີ.
ຂ້ອຍ: ເອົ້າ...ເປັນຫຍັງຄືບໍ່ບອກວ່າ ປໍ້າມັນປິດ.
ນ້ອຍ: ກະບໍ່ຄິດວ່າເຈົ້າຊິມາຊື້ຢູ່ພີ້, ເພາະແຕ່ລະເທື່ອຂ້ອຍສັ່ງຫຍັງ, ເຈົ້າກະເຮັດຕາມ. ໂອ້ຍເນາະເຈົ້ານິ, ແລ້ວຂັບລົດເລາະຊື້ຢູ່ໃສລະນິ?
ຂ້ອຍ: GPS ບອກວ່າມີປໍ້າໜຶ່ງຢູ່ໃກ້ແຖວນີ້, ຂັບໄປປະມານ 35 ນາທີ. ຂ້ອຍກໍາລັງຂັບໄປ.
ນ້ອຍ: ຕູ້ເອີຍ! ຈັ່ງແມ່ນເຈົ້າເນາະ. ນັ້ນມັນບໍ່ໄດ້ໃກ້. ໄປກັບກະຕັ້ງເປັນຊົ່ວໂມງພຸ້ນ. ບໍ່ຕ້ອງໄປມັນລະ. ມາຊະ. ໝູ່ຖ້າດົນລະ. ບໍ່ມີກະບໍ່ປີ້ງບໍ່ເປິມັນລະ, ປານະ. ຂອງກິນເຮົາ ມີຫຼາຍຢູ່. ມາເດີ. ດຽວນີ້!!
ມື້ນັ້ນນັ່ງກົ້ມໜ້າກີນເຂົ້າປ່າ ຟັງເມຍເທດໄປນໍາຈັ່ງແມ່ນ ໄດ້ບັນຍາກາດ ຄະໜາດ...ແຊບໆບໍ່ໃຫ້ເວົ້າ. ກຶນຄໍາໃດຄາຄໍຈໍ່ລໍ່ ພໍຢາກຄາຍຖິ້ມ...ເຈົ້າເອີຍ.
ເລຶ່ອງສັ້ນປະສົບການຊີວິດເລຶ່ອງນີ້ໃຫ້ຄະຕິເຕືອນໃຈເຮົາວ່າ ສິ່ງໃດທີ່ຢູ່ໃນກໍາມືເຮົາ, ເຮົາຈຶ່ງຄ່ອຍວ່າມີ. ໂອກາດໃດທີ່ເຮົາມີກໍໃຫ້ຄວ້າເອົາມັນໄວ້ກ່ອນ, ຢ່າໄປຫວັງກັບໂອກາດ ທີ່ຍັງບໍ່ທັນເກີດ. ເພາະໂອກາດທີ່ຢູ່ຕໍ່ໜ້າເຮົາ, ຈະດີຫລືຮ້າຍຢ່າງນ້ອຍເຮົາກໍຍັງ ຮູ້ວ່າມັນຄືໂອກາດ, ແຕ່ໂອກາດຂ້າງໜ້າຫລືໂອກາດທີ່ຍັງບໍ່ທັນເກີດ, ຈະດີຫລືຮ້າຍ ເຮົາກໍບໍ່ອາດສາມາດຮູ້ໄດ້, ມັນອາດຈະບໍ່ແມ່ນໂອກາດຂອງເຮົາກໍເປັນໄດ້. ດັ່ງສຸພາສິດບູຮານລາວເຮົາສອນໄວ້...ການໃຊ້ຊີວິດກໍຄືການ ເດີນທາງ, ເມື່ອຫີວນໍ້າ, ພໍ້ນໍ້າຫ້ວຍນ້ອຍເຫັນວ່າເປື້ອນ ກໍຢ່າໄດ້ຍ່າງກາຍໄລໜີ ຫວັງກິນນໍ້າຫ້ວຍໜ້າ, ເພາະຫ້ວຍໜ້າອາດບໍ່ມີໃຫ້ເຮົາກິນ. ນັ້ນແລ...
ປສ. 08/11/2016
No comments:
Post a Comment