ສາມສ່ຽວໄປທ່ຽວງານຄອນເຊີດທີ່ວັດລາວເມືອງ Fitchburg ລັດ Massachusetts, USA ເດືອນ
໗
ວັນທີ
໒0
ປີ
໒00໓
ພວກຂ້ອຍໄປຮອດເດີ່ນວັດປະມານ 2 ໂມງແລງ ພໍດີງານຄອນເຊີດກໍາລັງເລີ່ມ. ຫລຽວເຫັນມີມືກອງ, ຫມໍແຄນ, ມືກິດຕ່າ, ຄີ່ບອຣດ, ຍາດກັນທົດລອງເຄື່ອງເປັນແຊວໆ ແບບບຸນບ້ານເຮົາ. “ເຮົາມາຖືກບ່ອນແລ້ວສ່ຽວເອີຍ, ຄັກຫລາຍ,!” ຂ້ອຍດີໃຈຮ້ອງຂຶ້ນຫມົດແຮງ. ຮີບພາກັນຈອດລົດ, ຈ່າຍຄ່າຜ່ານປະຕູຄົນລະ $10 ໂດລາ ແລ້ວແລ່ນຫົວປັກຫົວໄຖໄປນັ່ງຢູ່ຫນ້າເວທີໂລດ. ບໍ່ສົນບໍ່ວົນວາຍກັບໃຜທັງນັ້ນ. ພາກັນນັ່ງແຫຍ້ກັບເດັກ ນ້ອຍຜູ້ຍິງສອງຄົນ. ສົງໃສນ້ອງທັງສອງຄືຊິເຫມັນຂີ້ເຕົ່າສ່ຽວຕຸ້ຍຕີຈຶ່ງພາກັນລຸກປຸບປັບຫນີໄປນັ່ງບ່ອນອື່ນ ແລ້ວພາກັນເຮັດເປັນລັບຕາຊັງໃສ່ພວກຂ້ອຍຢູ່ປານຊ້າງນ້ອຍພັບຫູເອົາໂລດ. “ໂທດເດີນ້ອງ, ພວກລຸງ, ໂອ້…ຫລົງ, ອັນພວກອ້າຍບໍ່ໄດ້ໄລ່ພວກນ້ອງຫນີໄດ, ພວກນ້ອງຫາກນີ້ເອງ.” ຂ້ອຍຍິງສາຍຕາໄປບອກຂໍໂທດນ້ອງໆເຂົາ. ທັງສອງເຫັນຂ້ອຍເຊືອດຕາໃສ່, ກໍພາກັນຫຍິກສົບທັງແມບລີ້ນຕອບຄືນ. “ຄັກແລ້ວເດ” ຂ້ອຍຮ້ອງໃສ່ສ່ຽວຕຸ້ຍ. “ແມ່ນຫຍັງຄັກ, ເຮົາໄດ້ຍິນແຕ່ ອະໂລ 1-2-3 ເທັສດ ອະໂລ 1-2-3 ເທັສດ, ນັກຮ້ອງນັກລໍາກະບໍ່ເຫັນມີ, ໂຕຄືມາວ່າ ຄັກແລ້ວເດ ຮຶ, ສ່ຽວ? ຂ້ອຍບໍ່ຮູ້ຈັກຊິຕອບກໍເລີຍໄດ້ແຕ່ຫົວຮາຮາ ງຶກຫົວຕອບສ່ຽວຕຸ້ຍໄປແບບບໍ່ຢາກຕໍ່ກອນ: “ເອີ, ກະຫັ້ນແຫລະຄັກ!” “ໂອ້, ຊິບ້າແນວໃດກະມີເນາະຄົນເຮົານີ້, ເຈັບຫົວນຳໂຕແລ້ວ, ເຮົາໄປຫານໍ້າຕາຜີເຜດມາດື່ມກ່ອນເດີ, ເວົ້າແລ້ວສ່ຽວຕຸ້ຍກໍລຸກມະໂຄ່ງມະເຄ່ງ ຍ່າງໄປທາງຮ້ານ ຂ້າຍຂອງດື່ມ. ທັນທີໃດກໍໄດ້ຍິນສຽງໂຄສົກເປີດລາຍການຄອນເຊີດ, ໂດຍມີການຮຽກເຊີນນັກຮ້ອງຊາຍ ຊື່ບຸນເກີດຫນູຫ່ວງຂຶ້ນສະແດງຮ້ອງເພງ. ບຸນເກີດແມ່ນນັບວ່າເປັນ ນັກຮ້ອງລາວຜູ້ຫນຶ່ງທີ່ມີພອນສະຫວັນ, ສຽງດີ. ຂ້ອຍເຄີຍໄດ້ໄປທ່ຽວຄອນເຊີດຂອງລາວເທື່ອ ຫນຶ່ງແລ້ວ ຕອນລາວມາທົວຢູ່ອະເມຣິກາຄັ້ງທໍາອີດ. ຈື່ໄດ້ວ່າຂ້ອຍ ເຄີຍໃຫ້ທິບລາວຫລາຍພໍສົມຄວນ. ເພາະຕັ້ງແຕ່ຂ້ອຍມາຢູ່ອະເມລິກາ, ຫລາຍປີເຕີບບໍ່ເຄີຍເຫັນຫຼືໄດ້ ຍິນມີນັກຮ້ອງ ລາວເດີນທາງມາຈາກລາວມາທົວຄອນເຊີດຢູ່ອະເມລິກາ, ທີ່ຮູ້ມາແມ່ນລາວເປັນນັກຮ້ອງຜູ້ທໍາອີດ. ຂ້ອຍຮູ້ສຶກດີໃຈ ແລະພຸມໃຈທີຄົນລາວເຮົາກໍມີນັກຮ້ອງນໍາເພິ່ນ. ແຕ່ກີ້ພວກຂ້ອຍກໍທຽວໄປເບິ່ງແຕ່ ນັກຮ້ອງໄທ. ເວົ້າມາແລ້ວກໍເຈັບໃຈ. ນັກຮ້ອງໄທຫລາຍຄົນເຄີຍມາຫາເງິນນໍາພີ່ນ້ອງລາວເຮົາຢູ່ອະເມຣິກາ ບາງຄົນ ຈົນວ່າຮັ່ງມີໄດ້ເປັນເສດຖີຍ້ອນ, ໄດ້ດີມີເງິນແລ້ວສຸດທ້າຍບາງຄົນພັດມາດູຖູກຄົນລາວເຮົາຊໍ້າ. ອັນພວກຂ້ອຍກໍ ຄັກເກາະ ອັນເຂົາດູຖູກດູຫມີ່ນວ່າຄົນລາວອົບພະຍົບຫນ້າຂີ້ທຸກປານນັ້ນ, ພັດແຮງແລ່ນໄປເບິ່ງ, ໄປສົ່ງເສີມເຂົາ, ປີ້ຫນຶ່ງ $25 ໂດລາບໍ່ຍອມຊື້ອີກ, ພາກັນໄປຊື້ປີ້ $30 ໂດລາພຸ້ນຕວ່າ. ຄວາມເພິ່ນຢາກອວດ ສະແດງວ່າໂຕເອງສະຫລາດ ມີເງິນຫາຈ້າງເບິ່ງເຂົາດ່າໂຕເອງ. ຄັກປານຫຍັງ ຍັງວ່າ. ອັນບາດນັກຮ້ອງ ລາວເຮົາຫັ້ນນາ, ເພິ່ນຂໍປີ້ລະ $10 ໂດລາ ຊິພາກັນຊື້ກະທັງຈົ່ມທັງປ້ອຍ, “ຄືຂາຍແພງຕາຍແທ້,” ພັດວ່າ. ບາງຄົນລົງທຶນຂັບລົດມາສອງສາມຊົ່ວໂມງ, ພໍມາຮອດເຫັນເພິ່ນເກັບເອົາຄ່າຜ່ານປະຕູ $10 ໂດລາ, ຕິວ່າແພງໂພດ, ອ້ຽວລົດກັບບ້ານ. ບໍ່ຍອມເຂົ້າຊົມ. ພິລຶກກະຍັງວ່າ! ແຕ່ດຽວນີ້ພວກຂ້ອຍຫລາບແລ້ວ, ບໍ່ໄປເບິ່ງອີກແລ້ວນັກຮ້ອງໄທຫັ້ນ. ພວກຂ້ອຍສົ່ງເສີມແຕ່ນັກຮ້ອງລາວເຮົາ. ບໍ່ໄປຈ້າງເບິ່ງເຂົາດ່າໂຕເອງອີກແລ້ວ. ເວົ້າມາແລ້ວເຈັບໃຈ.
“ຕໍ່ໄປຂໍເຊີນພໍ່ແມ່ພີ່ນ້ອງພົບກັບນັກຮ້ອງສາວງາມມີສະເນ່ສຽງດີ, ປານ້ອຍໄດ້ເລີຍ!” ສຽງໂຄສົກປະກາດດັງເປັ້ງໆ, ຕາມໄປດ້ວຍສຽງຕົບມືດັງສະນັ່ນ. ສ່ຽວຕຸ້ຍກັບສ່ຽວຈ່ອຍ ລຸກຢືນຂຶ້ນປຸບປັບ, “ເຮົາໄປຊອກຊື້ພວງມະໄລກ່ອນເດີ,” ສ່ຽວຕຸ້ຍຮ້ອງຂຶ້ນຫມົດແຮງ. “ເຮົາໄປນໍາ,” ສ່ຽວຈ່ອຍຂານຕອບ. “ເຮົາຄືກັນ,” ຂ້ອຍເອີ້ນຕາມ. ໄດ້ພວງມະໄລ ແລ້ວສາມສ່ຽວກໍ່ເອົາໄປຄ້ອງຄໍນັກຮ້ອງສາວງາມກໍາລັງຮ້ອງເພງຟ້ອນແອວອ່ອນຢູ່ເທິງເວທີ. ສ່ຽວຕຸ້ຍຄ້ອງກ່ອນ, ແລ້ວກໍແມ່ນສ່ຽວຈ່ອຍ, “ໂທ້, ສອງສ່ຽວສູ້ດີໃຈຍິ້ມຫນ້າບານຮາວກະດົ້ງເລີຍເນາະ,” ຂ້ອຍເວົ້າຢອກສອງສ່ຽວ. ຕໍ່ມາແມ່ນຝຽນຂ້ອຍ. ບໍ່ຈັກຂາບໍ່ຈັກແຂ່ງບໍ່ຈັກແຂນເບິ່ງມັນສັ່ນເອົາວ່າຊັ້ນ, ຈັບພວງມະໄລຄ້ອງລຸດຄ້ອງ ຖືກສອງສາມເທື່ອເຊື່ອຊິແລ້ວເຫື່ອໄຫລໄຄຍ້ອຍ ຮ້າຍກວ່ານໍ້າຕົກຫລີ່ຜີເອົາໂລດ. ສ່ຽວຈ່ອຍມັນເຫັນ, ເລີຍທ້ວງ ຂ້ອຍຂຶ້ນຫມົດແຮງ, “ຮ້ວຍ, ໂຕເປັນອິຫຍັງຫັ້ນນະສ່ຽວ, ຄືວ່າເຫື່ອໄຫລປຽກຫນ້າເອົາແທ້ເອົາວ່າ?” ບໍ່ຮູ້ຊິຕອບ ແນວໃດ, ບໍ່ຮູ້ຄືກັນວ່າຂ້ອຍຮ້ອນຮອຍຍິ້ມຂອງປານ້ອຍ, ຫຼືຮ້ອນແສງແດດກັນແທ້, ເຫື່ອຈຶ່ງໄຫລປານນີ້. “ຮ້ອນແດດຕີ,” ຂ້ອຍເລີຍຕອບສ່ຽວຈ່ອຍໄປພໍແກ້ຫນ້າ. ທີ່ຈິງແລ້ວມື້ນີ້ແສງແດດກໍບໍ່ແຮງປານໃດ. ທ້ອງຟ້າກໍເປັນ ສີຄາມເຕັມໄປດ້ວຍເຝື້ອຂາວງາມຕາໄປທົ່ວທ້ອງຟ້າ. ພໍຂ້ອຍຄ້ອງພວງມະໄລໃຫ້ປານ້ອຍແລ້ວ, ລາວກໍສົ່ງຮອຍ ຍິ້ມພ້ອມກັບສຽງຫວານໆຂອງລາວບອກຂ້ອຍວ່າ, “ຂອບໃຈເດີອ້າຍ.” ປາດໂທຂ້ອຍຮູ້ສຶກດີໃຈແນວໃດບອກບໍ່ຖືກ. ເປັນສັ່ນໆເຊັນໆ, ພຽງຄໍາຫວານຄໍາດຽວຂອງລາວທີບອກຂອບໃຈຂ້ອຍ, ຂ້ອຍກໍຮູ້ສຶກວ່ານັກຮ້ອງສຽງຫວານ ຄົນນີ້ໄດ້ລັກເອົາສ່ວນຫນຶ່ງຂອງຫົວໃຈຂ້ອຍໄປສະແລ້ວ.
ປານ້ອຍຮ້ອງເພງໄປສອງສາມເພງກໍຢຸດພັກພ່ອນ. ຫລັງຈາກນັ້ນພວກຂ້ອຍກໍພາກັນຍ່າງໄປທາງຂ້າງເວທີ ເພື່ອຊອກຫາຊື້ເພງມ່ວນໆໄປຟັງ. ເລາະໄປເລາະມາພໍດີໄປພໍ້ຕູບຂາຍຊີດີແລະວິຊີດີຂອງປານ້ອຍທີເຫັນມີວີຊີດີ ສອງຊຸດຢອງຢູ່ໂຕະເລີຍຈັບຂຶ້ນມາອ່ານເບິ່ງ, ຈັບອ່ານເບິ່ງດົນເຕີບ. ປາກບອກວ່າອ່ານ, ແຕ່ສອງຫນ່ວຍຕາ ພັດລັກຈອບເບີ່ງຮູບຂອງປານ້ອຍທີຕິດຢູ່ຫນ້າປົກວິຊີດີພຸ້ນ. ນີ້ແລ້ວເຂົາເອີ້ນວ່າໃຈກັບປາກບໍ່ກົງກັນ. “ສະບາຍດີ, ອ້າຍມັກຢູ່ບໍ, ມັກກະຊື້ຊ່ວຍນ້ອງແນ່,” ກໍາລັງຢືນຝັນຫວານກາງເວັນຢູ່ຄັກບໍ່ຄັກພັດມີສຽງຜູ້ຍິງເອີ້ນຖາມມາໃສ່. ຂ້ອຍເງີຍຫນ້າຂຶ້ນ, ແລ້ວກໍຫລຽວຕາມຫາສຽງຫວານໆຂອງຜູ້ຍິງຄົນນັ້ນ. ນາງຢືນຢູ່ທາງຂ້າງຂອງແມ່ຄ້າຂ້າຍ ວີຊີດີແລ້ວຍິ້ມສົ່ງໃຫ້ຂ້ອຍ, “ຊື້ຊ່ວຍນ້ອງແນ່ອ້າຍ,” ນາງທັງຍິ້ມທັງສົ່ງສາຍຕາຫວານແວັບບາດຫນຶ່ງໃສ່ຂ້ອຍ. ຫົວໃຈຂ້ອຍລົ່ນຕົກໄປຢູ່ຫົວເຂົ່າຍາມໃດບໍ່ຮູ້ເມື່ອເລີຍ. ຕອນຂ້ອຍຄ້ອງພວງມະໄລເຫື່ອຂ້ອຍກະໄຫລປານ ນໍ້າຕົກລີ່ຜີແລ້ວ, ບາດນີ້ຫນ້າຜາກຂ້ອຍຊິບໍ່ກາຍເປັນຄອນພະເພັງບໍຮຶ? ແຂ່ງຂາກໍເລີ່ມສັ່ນໆເຊັນໆອີກແລ້ວ. ອັນຫນຶ່ງເທົ່າໃດ ຂ້ອຍພະຍາຍາມເອີ້ນຖາມ. ປານ້ອຍຍັງບໍ່ທັນໄດ້ຕອບຊໍ້າ, ສ່ຽວຈ່ອຍພັດດັນໄປ ບອກລາວວ່າ “ພວກອ້າຍເຫມົາເອົາຫມົດນີ້ແຫລະ.” “ແມ່ນແທ້ບໍອ້າຍ?” ປານ້ອຍຖາມຄືນ, ພ້ອມທັງຍົກເປັນຖົງມາໃຫ້ໃນນັ້ນ ມີເຫຼືອຢູ່15 ອັນຮວມກັບຢູ່ຫນ້າໂຕະສອງອັນເປັນ 17. ທັງຫມົດ $170 ໂດລາ. ສ່ຽວຈ່ອຍຫນ້າລ່າໄປ. “ຕຸ້ຍ! ໂຕມີເງິນຢູ່ຫວາ?” ສ່ຽວຈ່ອຍຫຍັບເຂົາໄປໃກ້ສ່ຽວຕຸ້ຍແລ້ວຊື່ມຖາມ. ບັງເອີນດົນຕີພັດກໍາລັງເສບເພງ “ອ້າຍບໍມີເງິນຈະມາຂໍນ້ອງ” ດັງຢູ່ຕູ່ມໆ ຜູ້ຄົນຟ້ອນລໍາວົງມ່ວນຊື່ນໂຮ່ຮ້ອງກັນດັງສນັ່ນ. ສ່ຽວຕຸ້ຍບໍ່ໄດ້ຍິນ ສ່ຽວຈ່ອຍຊື່ມໃສ່ຫູຄັກປານໃດຈຶ່ງຮ້ອງຖ້າມຄືນຫມົດແຮງ:
ຕຸ້ຍ: ຮະ! ໂຕວ່າຫຍັງເກາະ!?!
ຈ່ອຍ: ໂຕມີເງິນຢູ່ວະ, ຂໍຢືມແດ່ເຮົາຈະຊຶ້ວິຊີດີ? [ຈ່ອຍຄ່ອຍໆຊື່ມໃສ່ຫູ້ສ່ຽວຕຸ້ຍອີກເທື່ອ, ເວົ້າແຮງກະຢ້ານສາວນັກຮ້ອງໄດ້ຍິນ]
ຕຸ້ຍ: ຫະ? ເວົ້າອິຫຍັງເຮົາບໍ່ໄດ້ຍິນ! ໂຕຢາກໄດ້ເພງຊຸດອ້າຍບໍ່ມີເງິນຫວາ!? ຢູ່ບ້ານເຮົາກະມີ, ມື້ຫນ້າຊິອັດໃຫ້ເດີສ່ຽວ! [ຕຸ້ຍຮ້ອງຕອບສ່ຽວຈ່ອຍແບບເດົາໆໄປຕາມເຂົ້າໃຈແດ່ບໍ່ເຂົ້າໃຈແດ່]
“ບໍ່ເປັນຫຍັງເຮົາຈ່າຍຊ່ວຍໂຕກະໄດ້,” ຂ້ອຍເລີຍບອກສ່ຽວຈ່ອຍໄປ. ເມື່ອພວກຂ້ອຍຈ່າຍເງິນແລ້ວ ປານ້ອຍກໍສະລັກລາຍເຊັນລົງໃສ່ວິຊິດີໃຫ້ສາມແຜ່ນ. ແບ່ງກັນຄົນລະແຜ່ນເຫລືອນັ້ນຍົກໃຫ້ສ່ຽວຈ່ອຍຄົນດຽວ, ຫລັງຈາກນັ້ນກໍພາກັນຂັບລົດເມືອບ້ານ. ຕະຫລອດໄລຍະທາງກັບບ້ານສ່ຽວຈ່ອຍບໍ່ເວົ້າຫຍັງຈັກຄໍາ. ຕາມທໍາມະດາ ສ່ຽວຈ່ອຍປັນຄົນມັກປາກມັກເວົ້າ. ແຕ່ນັ່ງເຮັດມິດຈີ່ລີ່ປານຈູ່ຈີ່ຟັງທໍາຢູ່, ສ່ຽວຕຸ້ຍແປກໃຈເລີຍຖາມ:
ຕຸ້ຍ: ຈ່ອຍ, ໂຕເມົານໍ້າຕາຜີເຜດເບາະສ່ຽວ?
ຂ້ອຍ: ມັນຊິເມົາຕາຍຫຍັງມັນເດ, ເຫັນສາວຍິ້ມຫວານໃສ່ບໍ່ໄດ້. ຂຶ້ນມື້ຂຶ້ນເຈັຍ.
ຈ່ອຍ: ຮ້ວຍ, ເຮົາເຫັນມີສອງອັນຢູ່ຫນ້າໂຕະກະນຶກວ່າລາວມີແຕ່ສອງອັນຊັ້ນດອກ, ວ່າໃດຍັງມີອີກເນາະ. ເອີ, ແລ້ວເຮົາຊິແກ້ໂຕກັບເມຍເຮົາແນວໃດດີ ຮຶ?
ຂ້ອຍ: ໂຕໃຜໂຕມັນເດີ, ເລື່ອງນັ້ນ. ເອີ, ໂຕກະບອກກັບເມຍໂຕວ່າ ໂຕຊື້ແຕ່ອັນດຽວ ແຕ່ເຂົາແຖມໃຫ້ອີກຕື່ມ 12 ອັນ, ອິອິອິ…
ຈ່ອຍ: ຈັ່ງແມ່ນຄັກ!
ຈົບບໍລິບຸນ
ປສ. ປີ 2006

No comments:
Post a Comment