ຕົ້ນດອກໄມ້ທີ່ບໍ່ຍອມຕາຍ |
ປີກາຍນີ້ໄດ້ພາແມ່ບ້ານ
ຊື່ນ້ອຍໄປທ່ຽວຕ່າງຣັດ, ໄປຢາມໝູ່ເພື່ອນພີ່ນ້ອງຫຼາຍຣັດເຕີບ. ຂາກັບເພິ່ນ
ກໍຊື້ນັ້ນຊື້ນີ້ເປັນຕົ້ນຂອງເອ້ເຮືອນ ແລະ ຕົ້ນດອກ ໄມ້ບໍ່ວ່າຊະນິດປູກໃນເຮືອນຫຼືປູກນອກເຮືອນ. ໄປໃສມາໃສນ້ອຍມັກຈະຊື້ມາປູກຕະຫຼອດ.
ຈົນບາງເທື່ອຂ້ອຍເອງກໍຈົນໄດ້ລັກໂຍນຖິ້ມ ຖັງຂີ້ເຫຍື້ອນໍາເພາະມັນຫຼາຍໂພດ.
ຮົກເຮືອນ.
ແລະຕົ້ນດອກໄມ້ໃນຮູບນີ້ກໍບໍ່ຕ່າງກັບຕົ້ນໄມ້ອື່ນໆ. ພຽງແຕ່ນ້ອຍເອົາມາຍາກແດ່,
ເພາະເດີນທາງໄກເຊື່ອຊິຮອດບ້ານ, ບໍ່ຈັກໂຫບ, ອຸ້ມ, ຫຼຸດມືໂຖແຕກ ຊື້ໂຖໃໝ່ໃສ່.
ຖືກກວດຢູ່ເດີ່ນເຮືອບິນສອງສາມຮອບ ເພາະເຂົາສົງໄສຢ້ານເຊື່ອງພືດຜິດກົດໝາຍ
ໃສ່ໃນໂຖ,
ເລີຍເປັນເຫດພາກັນແລ່ນນໍາຍົນ, ຕົກຍົນຍ້ອນ. ແຕ່ຈັ່ງໃດນ້ອຍກໍບໍ່ຍອມຖິ້ມ.
ເພາະເພິ່ນມັກຕົ້ນດອກໄມ້ນີ້ແຮງ. ແລະແລ້ວມາຮອດເຮືອນກໍໄດ້ປູກດັ່ງສົມໃຈປາດ
ຖະໜາ. "ພໍ່ມັນໄປຊື້ດິນໃຫ້ດຸ ຂ້ອຍຊິຟ້າວຝັງມັນລົງດິນໄວໆ ຢ້ານມັນຕາຍ,"
ພໍມາຮອດເຮືອນປັບບໍ່ທັນໄດ້ຖ່າຍຮອດເຄື່ອງໜຸ່ງຊໍ້າ, ທາງແມ່ບ້ານເພິ່ນຮ້ອງໃສ່.
ສັ່ງໃຫ້ໄປຊື້ດິນໃຫ້ເພິ່ນ. ຂ້ອຍເອງກໍຂືນໃຈບໍ່ໄດ້, ໄດ້ແລ່ນປົບໄປຊື້ມາໃຫ້.
ພໍມາຮອດເຮືອນ, ກໍາລັງຊິນັ່ງພັກເມື່ອຍຢູ່ຫຼັງບ້ານ. “ພໍ່ມັນ ຂຸດດິນແມ້...ຮຶ,
ນັ່ງເຕັງອັນນັ້ນຢູ່ຫັ້ນແຫຼະ. ເຮັດຫຍັງຊ້າແທ້, ເຈົ້ານິ!“ ນ້ອຍຮ້ອງສັ່ງການມາແຕ່ສະບຽງ. ວ່າຊິນັ່ງພັກກິນເບຍຈັກກວດຄັກໆ ກໍບໍ່ໄດ້ນັ່ງຊໍ້າ,
ເລີຍໄດ້ຍ່າງຂະເຍະ ຂະເຍະ ໄປຂຸດດິນໃຫ້ເພິ່ນຈົນເຫື່ອ ໄຫຼໄຄຍ້ອຍ, ເຊົ່າຢູ່ຮາບໆ. ດິນ ກະດິນປົນຫິນແຮ່
ຈັ່ງແມ່ນລົງເຮືອນບໍ່ຖືກຍາມແທ້ໆ. ຂ້ອຍທັງຈົ່ມທັງຂຸດ. “ແລ້ວລະເດີ, ມາປູກເອົາເອງ, ບໍ່ປູກໂຍນຖິ້ມໄດ໋ນິ”
ຂ້ອຍເອີ້ນໃສ່, ແບບສັ່ງການໃຫ້ນ້ອຍລົງມາປູກເອງ:
ນ້ອຍ: ແລ້ວລະບໍ...ພໍ່ມັນ, ເອີ ແລ້ວລະກະດີ, ປູກໃຫ້ແດ່. ຂ້ອຍກໍາລັງເຮັດກິນ!
ຂ້ອຍ: ເອົ້າ...ກໍາເວນກູ. ເອີ່, ແມ່ມັນຂ້ອຍວ່າ ເຈົ້າປູກເອງຊະ, ມືຂ້ອຍມັນຮ້ອນ, ເຈົ້າກະຮູ້ຂ້ອຍປູກຕົ້ນໄມ້ບໍ່ໄດ້, ຢ້ານມັນຕາຍ.
ນ້ອຍ: ເອີ່ນ່າ...ບໍ່ຕາຍດອກ, ເຈົ້າປູກໂລດ.
ພໍປູກແລ້ວ, ກໍາລັງຊິຮົດນໍ້າ....ສຽງຮ້ອງດັງ ກ໋າກກ...ມາແຕ່ຫົວຂັ້ນໄດ, “ໂອ້ຍຍຍ ເຈົ້າຄືປູກແນວນັ້ນ!”
ຂ້ອຍ: ເອົ້າ...ຊິໃຫ້ປູກແບບໃດຊັ້ນ? ກະສຸບລົງດິນແບບນີ້ຕົ່ວ.
ນ້ອຍ: ຕາຍລະ, ຕົ້ນໄມ້ຂ້ອຍຕາຍຄັກໆ. ດຶງມັນຂຶ້ນມາໄວໆ. ເຂົາຝັງແຕ່ຮາກມັນ. ບໍ່ແມ່ນຊິໄປຝັງໝົດຕົ້ນ! ເຈົ້ານີ້ກະດາຍ...ເຮັດຫຍັງກະຕ່າງໝູ່!
ຂ້ອຍ: ຮວຍຍ...ຈັກແຫຼະເນາະ. ດີທະແມ້...ບໍ່ຕີນຢຽບມັນມຸ່ນອຸ້ຍປຸ້ຍນະ. ຄົນມັນແຮງເມື່ອຍ!!
ຫລັງຈາກປູກຕົ້ນດອກໄມ້ໄດ້ລະຍະໜຶ່ງກໍ່ເລີ່ມເຂົ້າສູ່ລະດູໜາວ. ປີກາຍນີ້ກະບັງເອີນອາກາດຜິດປົກກະຕິ ຫິມະຕົກເກືອບທຸກອາທິດສາມເດືອນຊ້ອນກັນບໍ່ເຊົາ, ກ້າມເປັນນໍ້າກ້ອນປົກດິນສູງພຽງແອວ, ພາກັນຢູ່ໃນ ສະພາບສັ່ນໜາວແບບນັ້ນລະຍະຫ້າເດືອນຈົນກວ່າເຂົ້າສູ່ລະດູຮ້ອນຫິມະຈຶ່ງເປື່ອຍ.
ນ້ອຍ: ພໍ່ມັນ, ປີກາຍນີ້ຫິມະຈັ່ງແມ່ນມັນຕົກພິລຶກເນາະ. ຕົ້ນໄມ້ຂ້ອຍຕາຍໝົດ!
ຂ້ອຍ: ແມ່ນເບາະ? ແນວເຮົາຢູ່ເມືອງໜາວນໍ້. ບອກແລ້ວວ່າຫິມະຈະເຮັດໃຫ້ຮາກມັນເປື່ອຍ. ເຈົ້າກະບໍ່ຟັງ!
ນ້ອຍ: ຂ້ອຍວ່າ ມັນຕ້ອງເກີດຄືນ... ບໍ່ເຊື່ອລອງເບິ່ງ, ວ່າແຕ່ວ່າເຈົ້າຢ່າໄປຫຼົກຂອງຂ້ອຍຖິ້ມເດີ. ເວລາຕັດຫຍ້າ ກະຕັດອ້ອມໆຂ້າງມັນ. ຢ່າໄປຕັດມັນຖິ້ມໄດ໋! ນ້ອຍເວົ້າແລ້ວກໍນັ່ງທາເລັບມືຕໍ່, ກຽມຊິໄປພາຕີມື້ຄໍ່າ.
“ສາທຸ ຕາຍເລີຍແດ່ທ້ອນໆ,” ຂ້ອຍຈົ່ມຢູ່ໃນໃຈ. ແລ້ວກໍຍ່າງໄປຕິດຈັກຕັດຫຍ້າ. ແລ່ນຕັດອ້ອມຫລັງບ້ານ, ຜິວວອດໆໄປນໍາ, ພໍມາຮອດຕົ້ນດອກໄມ້ແຫ້ງໆ ງ່ານ້ອຍໆສອງສາມງ່າສູງພຽງຄືບຂອງ ແມ່ບ້ານເພິ່ນ, ຂ້ອຍກໍຕັດຫລີກ. ອ້ອມຂ້າງມັນໄປ. ບາງເທື່ອກໍຄິດຢູ່ໃນໃຈ, ບ໋າໆ ຕູດເລີຍເປັນໃດ ເກະກະຢູ່ໄດ້, ແຕ່ກໍບໍ່ກ້າ. ເພາະແມ່ບ້ານເພິ່ນສັ່ງໄວ້. ທຸກເທື່ອເວລາຂ້ອຍຕັດຫຍ້າກໍຕັດ ຫລີກທຸກເທື່ອຈົນໄດ້ເດືອນກວ່າກໍບໍ່ເຫັນມັນຊິມີວິແວວເກີດໃໝ່. ນັບມື້ນັບງ່າແຫ້ງລົງ ແຫ້ງລົງ, ເອົາມືໄປຈິກເບິ່ງ...ຫັກຊໍ້າ. ຕົ້ນກະແຫ້ງແຮ່ວແບບຄ້າຍຄືຫຍ້າແຫ້ງກະແດ້ງ ບ້ານເຮົາຫັ້ນແຫຼະ. ກະເລີຍມີມື້ໜຶ່ງອົດບໍ່ໄດ້, ເອົາຈັກຕັດຫຍ້າຕູດມັນຊະ, ພຽງເອີດເຕີດ ກັບຫຍ້າເລີຍ...ຄັກບໍ່. ຕູດແລ້ວກະຜິວວອດໆໄປນັ່ງພັກກິນເບຍຈຸ້ຍເສີຍ. ນ້ອຍເຫັນ, ກໍຮ້າຍໃຫຍ່.
ນ້ອຍ: ໂອ້ຍຍ...ອີ່ຕາຜີບ້າ! ເຈົ້າໄປຕັດຕົ້ນດອກໄມ້ຂ້ອຍເຮັດຫຍັງ! ເຈົ້ານີ້ເນາະ! ກະຍັງບອກແລ້ວວ່າມັນບໍ່ທັນຕາຍ!
ຂ້ອຍ: ແມ່ມັນເອີ່ຍຍ...ມັນຕາຍແລ້ວ! ບໍ່ເຊື່ອກະເບິ່ງທະແມ້, ທັງງ່າ ທັງກົກ ທັງລໍາ ມັນແຫ້ງຮ້າຍກວ່າກົກຫຍ້າຂີ້ຫລໍ້ແຫ້ງບ້ານເຮົາພຸ້ນ.
ນ້ອຍ: ກະຊ່າງມັນ. ກະຍັງວ່າບໍ່ໃຫ້ຕັດ. ບໍ່ໃຫ້ຕັດ. ບໍ່ເຂົ້າໃຈພາສາລາວຫວະ ຮື! ຢາກຟັງພາສາຫວຽດບໍ່!
ພໍໄດ້ຍິນຄໍາວ່າ ພາສາຫວຽດ ຂ້ອຍກະເລີຍປົບໜີ, ໄປຫາຍ່າງຢູ່ທະເລພຸ້ນ. ບໍ່ຢາກຖືກດ່າເປັນພາສາຫວຽດ. ຟັງບໍ່ຮູ້ເລຶ່ອງນໍາ. ກັບມາກະຍັງເຫັນນ້ອຍໜ້າບູດຢູ່. ວ່າໃດລາວຄຽດແຮງເຕີບ. ມື້ນັ້ນຂ້ອຍຈົນໄດ້ຕົ້ມໝີ່ກິນເອງ. ຄໍ່າມາກະໄດ້ນອນນອກຫ້ອງອີກ ຍ້ອນເລື່ອງຕັດຕົ້ນດອກໄມ້. ທີ່ຈິງຂ້ອຍກໍຮູ້ສຶກຜິດ, ກະບໍ່ຕິແນວຕົ້ນດອກໄມ້ຕົ້ນນັ້ນແມ່ນລາວ ຫາມາຍາກອິຫລີ, ລາຄາກໍແພງ, ໂຫບມາແຕ່ຕ່າງຣັດ ເຊື່ອຊິຮອດບ້ານ ຍຸ້ງຍາກລໍ່າບາກບໍ່ທໍາມະດາ. ທັງເພິ່ນທັງເຮົາ. ເອົາມາປູກພັດຕາຍຊໍ້າ.
ຫລັງຈາກມັນຖືກຕັດພຽງດິນແລ້ວ, ກໍບໍ່ມີໃຜສົນໃຈຕົ້ນໄມ້ນັ້ນອີກເລີຍ. ແຕ່ລະເທື່ອ ເວລາຂ້ອຍຕັດຫຍ້າກໍ່ຈະຕັດກວມມັນໄປເລີຍ. ບາງເທື່ອກະໃຊ້ຈັກຕັດຫຍ້າຢຽບຍ່ອງມັນຈົນມຸ່ນ. ເຮັດຕອນ ນ້ອຍບໍ່ຢູ່ດອກ ວາ. :-) ຈົນໜຶ່ງເດືອນຜ່ານໄປ, ຂ້ອຍກັບຈາກຫ້ອງການ, ພໍມາຮອດເຮືອນ. ເຫັນນ້ອຍແລ່ນລົງຂັ້ນໄດຕາຕີ່ຕາລານມາໃສ່.
ນ້ອຍ: ພໍ່ມັນ! ພໍ່ມັນໆໆ!! ເກີດແລ້ວ! ເກີດແລ້ວ!
ຂ້ອຍ: ຮະ...ເກີດຫຍັງຂຶ້ນ!?! ໄຟໄໝ້ສິ້ນຫວະ!?!
ນ້ອຍ: ມາເບິ່ງນີ້! ເບິ່ງເອົາ! ເບິ່ງດຸ! ແຕກໜໍ່ຂຶ້ນມາຄືນແລ້ວ. ຕົ້ນດອກໄມ້ຂ້ອຍນະ, ເຈົ້າເຫັນບໍ່, ເຊື່ອຂ້ອຍແລ້ວບໍ່ບາດນິ!
ຂ້ອຍ: ເອີ່...ແມ່ນອິຫລີ. ເກີດມາໄດ້ຈັ່ງໃດວະ! ກະຮາກມັນແຊ່ຫິມະຈົນເປື່ອຍຈົນ ເນົ່າແລ້ວນີ້ນ່າ...ເອີ່ກະແປກດີເນາະ!!
ນ້ອຍ: ໄປຊື້ປຸຍໃຫ້ຂ້ອຍແດ່, ຂ້ອຍຊິໃສ່ໃຫ້ມັນໃຫຍ່ສູງໄວໆ.
ຂ້ອຍ: ໂອ້...ທຸກບັກເຜືອກຕາມເຄີຍນໍ້...ຮູ້ຊີ້ຫຼົກແກ່ງຖິ້ມ, ແລ້ວບອກວ່າກະຕ່າຍນ້ອຍຄາບໄປກິນລະເດີ, ກະແລ້ວເລຶ່ອງ.,,ເຮີ່ຍຍ...ເປັນເຫດໃຫ້ເຮົາຖືກໃຊ້ຈົນໄດ້!
ຂ້ອຍຫັນໃຈໃຫຍ່ທັງຈົ່ມທັງຢາກຮ້າຍຍ່າງກົ້ມໜ້າຂຶ້ນລົດ...ໄປຊື້ປຸຍ.
ເລື່ອງສັ້ນເລຶ່ອງນີ້ໃຫ້ຄະຕິເຕືອນໃຈເຮົາວ່າຄວາມເຊື່ອແລະຄວາມພະຍາຍາມມີຢູ່ທີ່ໃດ ຄວາມສໍາເລັດກໍຈະມີຢູ່ທີ່ນັ້ນ. ດັ່ງເລຶ່ອງຂອງນ້ອຍກັບຕົ້ນດອກໄມ້ຂອງລາວ, ລາວບໍ່ຍອມຖິ້ມ, ໃຜຊິຄິດວ່າມັນຕາຍແລ້ວກໍຕາມ. ລາວມີຄວາມເຊື່ອແລະໝັ້ນໃຈວ່າມັນຕ້ອງເກີດໃໝ່ໄດ້. ແລະແລ້ວມັນກໍເກີດມາໃໝ່ໃຫ້ລາວຈົນໄດ້....
ຈົບ
ປສ 2015

No comments:
Post a Comment